(ສພຊ) – ທ່ານ ສີເຮັງ ຫອມສົມບັດ ສສຊ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ມີຄຳເຫັນໃນວາລະການປະກອບຄຳເຫັນຕໍ່ຮ່າງລັດຖະທຳມະນູນສະບັບປັບ ປຸງປີ 2025 ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 17 ມີນາຜ່ານມາ ວ່າ:
ມາດຕາ 13 ສ້າງຕັ້ງຂຶ້ນບົນເປັນພື້ນຖານການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ໂດຍການສົ່ງເສີມເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ເຫດຜົນ: ຍ້ອນວ່າກົມການເມືອງສູນກາງພັກໄດ້ມີມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024.
ມາດຕາ 54 ຂໍ້ 12-13 ກົງຈັກສະພາແຫ່ງຊາດ ແລະ ກົງຈັກຂອງລັດຖະບານ ເພີ່ມຄຳວ່າ “ເຂົ້າຮ່ວມແຕ່ຫົວ ທີ”
ພາຍຫຼັງທີ່ມີມະຕິ 05 ແລະ 173, ແຕ່ບໍ່ທັນມີມະຕິ ແລະ ນິຕິກຳທີ່ເວົ້າເຖິງກົງຈັກຂອງສະພາແຫ່ງຊາດ; ເລຂາພັກແຂວງ ເປັນປະທານຄະນະ ສສຊ, ປະທານສະພາປະຊາ ຊົນແຂວງ ແຕ່ບໍ່ທັນມີມະຕິວ່າຈະເອົາເປົ້າໝາຍໃດມາເປັນຮອງປະທານຜູ້ປະຈຳການ, ຂັ້ນແຂວງ ແລະ ເມືອງ.