loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທ່ານ ສີສຸກ ວົງພັກດີ ມອບຄອມພິວເຕີ ໃຫ້ສະພາປະຊາຊົນແຂວງຈໍາປາສັກ

​ພ.ຈ. 14, 2023 | ເຂດ 15 ຈຳ​ປາ​ສັກ

ວັນທີ 14 ພະຈິກ 2023 ທີ່ຜ່ານມາ ຢູ່ທີ່ຫ້ອງຮັບຮອງຂອງສະພາປະຊາຊົນແຂວງຈໍາປາສັກ ໄດ້ມີພິທີມອບ-ຮັບ ຄອບພິວເຕີ ຈຳນວນ 1 ເຄື່ອງ, ມູນຄ່າ 10 ລ້ານກວ່າກີບ ໃຫ້ແກ່ສະພາປະຊາຊົນແຂວງຈໍາປາສັກ ເພື່ອນຳໃຊ້ໄປມອບຕໍ່ໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກຊ່ອງ ນໍາເຂົ້າໃນວຽກງານລວມ ເຊິ່ງມອບໂດຍ ທ່ານ ສີສຸກ ວົງພັກດີ ແລະ ຕາງໜ້າຮັບໂດຍ ທ່ານ ສົມສີ ມະນີນິນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ໃນພິທີຍັງມີຮອງເລຂາທິການສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສົມສີ ມະນີນິນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ມີຄໍາເຫັນກ່າວສະແດງຄວາມຂອບໃຈ ແລະສະແດງຄວາມຮູ້ບຸນຄູນ ຕໍ່ ທ່ານ ສີສຸກ ວົງພັກດີ ທີ່ຍາມໃດ໋ກໍ່ເຫັນໄດ້ຄວາມສໍາຄັນ, ຄວາມຈໍາເປັນ ແລະໃຫ້ການຊຸກຍູ້ຊ່ວຍເຫຼືອສະພາປະຊາຊົນແຂວງຈໍາປາສັກ ຕະຫຼອດມາ. ໂອກາດດຽວກັນ, ທ່ານຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຍັງໄດ້ມອບໃບກຽດຕິຄຸນຂອງສະພາປະຊາຊົນແຂວງ ໃຫ້ ທ່ານ ສີສຸກ ວົງພັກດີ ເພື່ອເປັນການຍ້ອງຍໍສັນລະເສີນຕໍ່ຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.
(ພາບ-ຂ່າວ: ສພຂ.ຈສ)