(ສພຊ) – ວັນທີ 27 ພຶດສະພາຜ່ານມາ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ໍຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ສູຍເຄີລາຍທີ ຈາເຄີເອີ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະ ເທດ ແຫ່ງ ສປຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ລະຫວ່າງວັນທີ 24-28 ພຶດສະພາ 2024.

ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບສະຫາຍ ສູຍເຄີລາຍທີ ຈາເຄີເອີ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງທໍາອິດ ທັງເປັນຄັ້ງທໍາອິດຂອງຄະນະຜູ້ແທນຂັ້ນສູງຈາກສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ເຊິ່ງເປັນການຈັດຕັ້ງຜັນຂະຫາຍເນື້ອໃນຈິດໃຈຂໍ້ຕົກລົງວ່າດ້ວຍການຮ່ວມມືລະ ຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ໄດ້ລົງນາມຮ່ວມກັນໃນເດືອນກັນຍາ 2023 ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຈີນ; ພ້ອມດຽວກັນນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງສະຫາຍ ຈ້າວ ເລີ້ ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ, ບັນດາສະຫາຍຄະນະປະຈໍາ ແລະ ສະມາຊິກສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ຍັງໄດ້ເຊື້ອເຊີນຄະນະຜູ້ແທນສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເຂົ້າຮ່ວມສັງເກດການ ແລະ ພົບປະກັບບັນດາປະເທດຄູ່ຮ່ວມເຈລະຈາໃນກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ ສປປລາວ ໃນເດືອນຕຸລາ 2024 ພ້ອມທັງໃຫ້ການສະໜັບສະໜູນສະພາແຫ່ງຊາດ ໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວໃຫ້ສຳເລັດຜົນ.

ສະຫາຍ ສຸຍເຄີລາຍທີ ຈາເຄີເອີ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍປະທານສະພາແຫ່ງຊາດລາວ ທີ່ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງໃຫ້ຊາບສະພາບການພົ້ນເດັ່ນການເຄື່ອນໄຫວວຽກງານຂອງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມທັງໄດ້ລາຍງານໂດຍຫຍໍ້ຜົນສໍາເລັດການພົບປະເຮັດວຽກສອງຝ່າຍກັບສະຫາຍ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ-ຈີນ ເຊິ່ງໄດ້ຮ່ວມກັນຕີລາຄາຄືນ ການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງຊາດລາວ ແລະ ພ້ອມກັນປຶກສາຫາລືເປັນເອກະພາບກັນກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.