ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ.

​ກ.ກ. 15, 2025

ໃນຕອນບ່າຍວັນທີ 15 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫຼິວ ຢົງກາງ ຜູ້ອໍານວຍການໃຫຍ່ ບໍລິສັດ ອາຊີ-ໂປຕາສາກົນລາວ ຈຳກັດ.
ພ້ອມທັງໄດ້ລາຍງານຕໍ່ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຮັບຊາບວ່າ: ອາຊີ-ໂປຕາສສາກົນ ໄດ້ຢຶດຖືວິໄສທັດ ໃນການພັດທະນາຢູ່ ສປປ ລາວ ໃນໄລຍະຍາວ ໂດຍປະຕິບັດວິໄສທັດການພັດທະນາຄື: 1. ການເຄົາລົບນັບຖື, 2. ການປະສານກົມກຽວ, 3. ເຮັດແທ້ທຳຈິງ, 4. ມີໄຊຊະນະຮ່ວມກັນ ແລະ ນໍາໃຊ້ການປະຕິບັດຕົວຈິງ ເພື່ອສະແດງເຖິງຄວາມຮັບຜິດຊອບຂອງວິສາຫະກິດ, ຄຽງຄູ່ກັບການພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ທາງບໍລິສັດກໍ່ໄດ້ສະເໜີແນວຄວາມຄິດການພັດທະນານິຄົມອຸດສາຫະກຳທີ່ປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນເອົາຝຸ່ນໂປຕາສເປັນຫົວເຮືອຂະຫຍາຍຕ່ອງໂສ້ການພັດທະນາແຮ່ທາດຕິດພັນ ໂດຍຜ່ານການດຶງດູດ, ສ້າງການລົງທຶນ ແລະ ສ້າງກຸ່ມອຸດສາຫະກຳທັນສະໄໝ ນໍາໃຊ້ທ່າແຮງດ້ານຊັບພະຍາກອນ ແລະ ພະລັງງານຂອງ ສປປ ລາວ ຫັນເປັນທ່າແຮງທາງດ້ານເສດຖະກິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ສ້າງລາຍຮັບທາງດ້ານເງິນຕາຕ່າງປະເທດ ແລະ ເພື່ອສ້າງເປັນຜູ້ປະກອບສ່ວນຫຼັກໃນການພັດທະນາເສດຖະກິດຂອງ ສປປ ລາວ. ມາຮອດທ້າຍປີ 2024 ບໍລິສັດໄດ້ມອບພັນທະພາສີ-ອາກອນ ໃຫ້ແກ່ລັດຖະບານລາວ ລວມສະສົມຫຼາຍກວ່າ 200 ລ້ານໂດລາສະຫະລັດ, ບັນລຸມູນຄ່າຜົນຜະລິດອຸດສາຫະກຳ 1.34 ຕື້ໂດລາສະຫະລັດ, ສ້າງວຽກເຮັດງານທໍາ ທັງທາງກົງ ແລະ ທາງອ້ອມ ໃຫ້ແກ່ທ້ອງຖິ່ນ ປະມານ 20,000 ຄົນ, ອາຊີ-ໂປຕາສສາກົນ ໄດ້ໃຫ້ຄວາມສໍາຄັນໃນການພັດທະນາພື້ນຖານໂຄງລ່າງ ແລະ ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນຢ່າງສະເໝີຕົ້ນສະເໝີປາຍ ໃນແຕ່ລະປີໄດ້ປະກອບທຶນເຂົ້າໃນວຽກງານດັ່ງກ່າວ ລວມທັງວຽກງານຕ້ານການລະບາດຂອງພະຍາດ ແລະ ໄພພິບັດ, ມອບປຸ໋ຍໃຫ້ແກ່ປະຊາຊົນອ້ອມຂ້າງເຂດໂຄງການ ເພື່ອສົ່ງເສີມການຜະລິດກະສິກຳຂອງປະຊາຊົນ, ມາຮອດປະຈຸ ທາງບໍລິສັດໄດ້ປະກອບສ່ວນພັດທະນາສັງຄົມ ສະສົມລວມ ປະມານ 16 ລ້ານໂດລາສະຫະລັດ.
ໂອກາດນີ້ ທ່ານ ຮອງປະທານສະພາແຫ່ງຊາດ ກໍ່ໄດ້ມີຄໍາເຫັນ ສະເໜີໃຫ້ທາງການຈັດຕັ້ງຂອງແຂວງ, ເມືອງ ໄດ້ເອົາໃຈໃສ່ສ້າງສະພາບແວດລ້ອມໃນການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງບໍລິສັດ ລວມເຖິງວຽກງານການຮັກສາຄວາມສະຫງົບ ປອດໄພ ພາຍໃນບໍລິສັດ, ການລະດົມແຮງງານຕອບສະໜອງຄວາມຕ້ອງການຂອງບໍລິສັດ, ສະເໜີບໍລິສັດໄດ້ລະດົມເອົາກຳລັງແຮງຢູ່ ສປ ຈີນ ໃນພາກທຸລະກິດເອກະຊົນ ມາເຂົ້າຮ່ວມພັດທະນາໂຄງການຕ່ອງໂສ້, ມີການປະສານສົມທົບກັບອົງການຂອງລັດຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ຢ່າງເປັນປົກກະຕິ, ເອົາໃຈໃສ່ສ້າງວິຊາການທີ່ເປັນຄົນທ້ອງຖິ່ນໃຫ້ນັບມື້ຫຼາຍຂຶ້ນ ລວມເຖິງມີການສະໜັບສະໜູນ ປະກອບສ່ວນສ້າງຄວາມຮູ້ ຄວາມສາມາດຢູ່ບັນດາໂຮງຮຽນວິຊາຊີບໃນທ້ອງຖິ່ນ ເພື່ອສ້າງບຸກຄະລາກອນຕອບສະໜອງຄວາມຕ້ອງການພາຍໃນບໍລິສັດ ແລະ ສືບຕໍ່ຕັ້ງໜ້າພັດທະນາບໍລິສັດໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປ ລາວ ແລະ ຂອງແຂວງຄໍາມ່ວນ.