ທ່ານ ດຣ. ນາງ ວິພາວັນ ພົມວິຫານ ພັນລະຍາທ່ານ ປອ ໄຊສົມພອນ ພົມວິຫານ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.

ສ.ຫ. 22, 2022

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2022 ທ່ານ ປອ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍທີມງານຈາກສະ ພາແຫ່ງຊາດ ແລະ ສະພາປະຊາຊົນແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ. ໃນການລົງເຄື່ອນໄຫວຄັ້ງນີ້ ທ່ານໄດ້ນຳເອົາວັດຖຸອຸປະກອນເຊັ່ນ: ຜ້າຫົ່ມ,​ ພ້າ, ບົວຫົດຜັກ ແລະ ເຄື່ອງໃຊ້ສວນຄົວຈຳນວນໜຶ່ງ, ລວມມູນຄ່າ 19,9 ລ້ານກີບ ແລະ ເງິນສົດອີກຈໍານວນ 10 ລ້ານກີບ ມອບແກ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ເພື່ອຮັບໃຊ້ໃນວຽງານອອກແຮງງານສວນຄົວ ແລະ ຮັບໃຊ້ເຂົ້າໃນວຽກບໍລິຫານຕ່າງໆ.

ແລະ ຕອນບ່າຍ, ທ່ານໄດ້ໄປຢ້ຽມຊົມສູນວັດທະນະທຳເດັກ(ສ.ວ.ດ)​ ທີ່ພະແນກຖະແຫລງຂ່າວ,​ ວັດທະ ນະທຳ ແລະ ທ່ອງທ່ຽວ ໂດຍທ່ານໄດ້ໄປຢ້ຽມຊົມສະຖານທີ່ຝຶກຊ້ອມດົນຕີ,​ ຫ້ອງຮຽນພາສາຕ່າງປະເທດ, ຫ້ອງສະໝຸດ ແລະ ໄດ້ຊົມການສະແດງສິລະປະວັນນະຄະດີເຊັ່ນ: ບົດຟ້ອນ, ບົດເພງ, ການຫລິ້ນດົນຕີພື້ນບ້ານ ແລະ ກິລາກາຍະກໍາ ຈາກນ້ອງນ້ອຍ. ພ້ອມດຽວກັນນັ້ນ ທ່ານກໍໄດ້ນຳເອົາເຄື່ອງດົນຕີໄປມອບໃຫ້ ສ.ວ.ດ ເຊັ່ນ: ກີຕ້າ, ຊໍ, ຊິງ, ສາບ, ແຄນ, ລວມມູນຄ່າ 9,9 ລ້ານກີບ ແລະ ເງິນສົດອີກ 5 ລ້ານກີບ ມອບໃຫ້ສູນວັດທະນະທຳເດັກ.

      ພ້ອມນັ້ນ, ທ່ານຍັງໄດ້ໄປທານພາເຂົ້າເພນ,​ ຜ້າໄຕ,​ ທຽນພັນສາ ແລະ ວັດຖຸປັດໃຈຈຳນວນໜຶ່ງ ທີ່ວັດພະເຈົ້າສິງຄຳ, ເມືອງຫຼາ, ແຂວງອຸດົມໄຊ.ພາບ/ຂ່າວ: ແສງພອນ ອິນນະລົງ.