ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ສໍາເລັດການເຄື່ອນໄຫວເຮັດວຽກຢູ່ ແຂວງສະຫວັນນະເຂດ

ກ.ຍ. 12, 2024

ເພື່ອເຮັດໃຫ້ແຜນການຕິດຕາມກວດກາ ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບໃນທົ່ວປະເທດ ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ, ໃນວັນທີ 09 ກັນຍາ 2024 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມຂຶ້ນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຂກເຂົ້າຮ່ວມມີທ່ານ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ຮອງປະທານສະພາປະຊາຊົນແຂວງ, ປະທ່ານ ແລະ ຮອງປະທານ ທັງ 03 ຄະນະກໍາມະການຂອງ ສພຂ, ຄະນະເລຂາທິການ, ຫົວໜ້າຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ປະທານອົງການກວດກາລັດ, ປະທານແນວລາວສ້າງຊາດ, ປະທານສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະທານກອງປະຊຸມໄດ້ກ່າວຈຸດປະສົງ ຂອງການລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ກໍ່ເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບວຽກງານການສຶກສາ ໃນໄລຍະຜ່ານມາ, ເພື່ອສຶກສາຄົ້ນຄວ້າ, ເກັບກໍາຂໍ້ມູນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ເພື່ອນໍາເອົາຂໍ້ມູນໄປວິເຄາະ, ວິໃຈ ໃຫ້ເຫັນ ດ້ານດີ/ດ້ານອ່ອນ, ຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດທີ່ເກີດຂຶ້ນ ແລະ ມີວິທີປັບປຸງແກ້ໄຂ ໃຫ້ໄດ້ຮັບຄຸນນະພາບຂອງການສຶກສາໃນໄລຍະໃໝ່, ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX, ເພື່ອຄົ້ນຄວ້າ ສ້າງຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ທິດທາງແຜນພັດທະນາຂະແໝງການສຶກສາ ແລະ ກິລາ ໃນໄລຍະໃໝ່, ຕໍ່ຈາກນັ້ນກໍ່ໄດ້ຮັບຟັງການລາຍງານໂດຍສັງເຂບ ຈາກຕາງໜ້າພະແນກການທີ່ກ່ຽວຂ້ອງ, ພາຍຫຼັງທີ່ໄດ້ຮັບຟັງການລາຍງາຍແລ້ປະທານກອງປະຊຸມ ໄດ້ມີຄໍາຖາມເຈາະຈິ້ມໂດຍສະເພາະ ການຈັດຕັ້ງປະຕິບັດ ລັດຖະທໍາມະນູ, ກົດໝາຍ, ບັນດາມະຕິຂອງກອງປະຊຸມສະພາແຫ່ງຊາດ, ແຜນພັດທະນາຂະແໝງການສຶກສາ ແລະ ກິລາ ໃນໄລຍະຜ່ານມາ, ສະພາບການຮຽນ-ການສອນ, ການປະລະການຮຽນ, ການແກ້ໄຂບັນຫາການຄາດແຄນຄູ, ການສະໝອງງົບປະມານ, ອຸປະກອນການຮຽນ-ການສອນ, ການສະໝອງເບ້ຍລ້ຽງໃຫ້ແກ່ນັກຮຽນ ແລະ ສິ່ງອໍານວຍຄວາມສະດວກໃຫ້ແກ່ການສຶກສາ, ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານຄວາມເປັນຈິງ ທີ່ເກີດຂຶ້ນໃນສັງຄົມປະຈຸບັນ.

ທ້າຍສຸດປະທານກອງປະຊຸມກໍ່ໄດ້ມີຄໍາເຫັນສະຫຼຸບ ແລະ ມີທິດຊີ້ນໍາ ພ້ອມທັງສະເໜີໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ວິເຄາະ ວິໃຈ ບັນຫາທີ່ເກີດຂຶ້ນ, ສາມາດຊອກຫາວິທີການ ແລະ ມາດຕະການ ປັບປຸງແກ້ໄຂ ເພື່ອເຮັດໃຫ້ລະບົບການສຶກສາ ໃນໄລຍະໃໝ່ໃຫ້ໄດ້ຮັບປະສິດທິພາບ ປະສິດທິຜົນ ຕາມຂາດໝາຍທີ່ກໍາໜົດໄວ້.

ເນື່ອງໃນໂອກາດທີ່ໄດ້ລົງມາເຄື່ອນໄຫວເຮັດວຽກທີ່ແຂວງສະຫວັນນະເຂດນີ້ ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະກໍ່ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບອໍານາດການປົກຄອງເມືອງ ອຸທຸມພອນ, ຮັບຟັງການລາຍງານສະພາບລວມຂອງເມືອງ ຈາກທີ່ານເຈົ້າເມືອງ ແລະ ບັນດາຫ້ອງການອ້ອມຂ້າງເມືອງ, ໃນໂອກາດນີ້ທາງຄະນະກໍ່ໄດ້ມອບອຸປະກອນການຮຽນ, ຊຸດຮຽນຊາຍ-ຍິງ ແລະຊຸດກິລາ ໃຫ້ຫ້ອງການສຶກສາ ແລະ ກິລາເມືອງ ນໍາໄປແຈກຢາຍຕາງຄວາມເໝາະສົມ, ຫຼັງຈາກນັ້ນທາງຄະນະກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນ ໄຊສົມບັດ ເຕັກໂນໂລຊີ ຕື່ມອີກ.