ເພື່ອເປັນການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃຫ້ໄດ້ຮັບປະສິດທິຜົນ ແລະ ສໍາເລັດຕາມລະດັບຄາດໝາຍ, ພ້ອມທັງເກັບກໍາຂໍ້ມູນ ລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ແລະ ກະກຽມ ປະກອບຄໍາເຫັນຕໍ່ບົດລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ, ໃນວັນທີ 5 ຫາ 8 ມີນາ 2025 ຜ່ານມານີ້ ທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ທອງໃສ ອິນທິແສງ ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ພ້ອມດ້ວຍຄະນະລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນການລົງທຶນຂອງລັດ ຕາມມະຕິສະພາປະຊາຊົນແຂວງຮັບຮອງເອົາໃນໄລຍະຜ່ານມາ ຢູ່ເມືອງພີນ ແລະ ເມືອງເຊໂປນ, ໃຫ້ກຽດຕ້ອນຮັບໂດຍທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງ, ຄະນະນຳຂອງເມືອງ, ບັນດາຫົວໜ້າຫ້ອງການ, ການນຳຂອງບ້ານ ແລະ ພໍ່ແມ່ປະຊາຊົນ.
ໃນໄລຍະການລົງເຄື່ອນໄຫວໃນແຕ່ລະຈຸດ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການດໍາເນີນໂຄງການໃນໄລຍະຜ່ານມາ, ໜ້າວຽກປັດຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງສົນ ທະນາແລກປ່ຽນບາງບັນຫາທີ່ມີຄວາມສົນໃຈ ໂດຍສະເພາະເລື່ອງທີ່ດິນ, ການມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ເພື່ອຊອກໃຫ້ໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ, ຮັບປະກັນໃຫ້ໂຄງການດໍາເນີນໄປດ້ວຍຄວາມຖືກຕ້ອງຕາມຂັ້ນຕອນ, ຕາມການອະນຸຍາດຂອງລັດຖະບານ ບົນພື້ນຖານລະບຽບກົດໝາຍ, ຮັກສາສິດຜົນປະໂຫຍດພາກລັດ, ໂຄງການ ແລະ ປະຊາຊົນ ໃຫ້ສົມເຫດ, ສົມຜົນ ໃນວັນດຽວກັນນີ້ ທາງຄະນະສະກໍ່ໄດ້ລົງເຄື່ອນໄຫວຢ້ຽມຢາມ ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ; ຄຽງຄູ່ກັນນີ້ ກໍສະເໜີໃຫ້ບໍລິສັດ ເອົາໃຈໃສ່ຕິດຕາມຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພັດທະນາໂຄງການ ໂດຍສົ່ງເສີມດ້ານການຜະລິດກະສິກໍາ, ພັດທະນາປັບປຸງພື້ນຖານໂຄງລ່າງ ທີ່ເປັນທ່າແຮງຂອງທ້ອງຖິ່ນ ແລະ ອາຊີບອື່ນໆ ເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍຊ່ວຍເປັນທ່າແຮງໃນການພັດທະນາທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ປ່າໄມ້ ແລະ ເຂດນໍ້າແດນດິນ ພ້ອມທັງຟື້ນຟູປ່າ ແລະ ປູກປ່າທົດແທນຄືນ
ໃນວັນດຽວກັນນີ້ ທາງຄະນະ ກໍ່ໄດ້ລົງພົບປະປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ໃນເນື້ອທີ່ 400 ຮຕ ຢູ່ເຂດ ບ້ານພະລອງ ເຊິ່ງມີ 319 ກວ່າຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 1807 ຄົນ, ຍິງ 726 ຄົນ ໃນການລົງເຄື່ອນໄຫວຄັ້ງນີ້ໄດ້ຮັບຟັງການລາຍງານຈາກນາຍບ້ານ ແລະ ພໍ່ແມ່ປະຊາຊົນ ກ່ຽວກັບບັນຫາທີ່ໄດ້ຮັບຈາກໂຄງການຂຸດຄົ້ນແຮ່ເຫຼັກ ເປັນຕົ້ນ: ສະເໜີຊ່ວຍແກ້ໄຂມົນລະຜິດທາງອາກາດ(ຂີ້ຝຸ່ນທີ່ເກີດຈາກການຂົນສົ່ງຫີນຂອງລົດບັນທຸກ), ການຂາດເຂີນນຳ້ໃຊ້ ເນື່ອງຈາກການຂຸດດິນຖົມແລວນຳ້ທຳມະຊາດ, ປັບສະພາບດິນທີ່ຖືກຂຸດຄົ້ນກັບມາເປັນສະພາເກົ່າໃຫ້ສາມາດປູກຝັງໄດ້ ພາຍຫຼັງທີ່ໄດ້ພົບປະປະຊາຊົນສຳເລັດແລ້ວ ທາງຄະນະກໍ່ໄດ້ພົບປະເພື່ອຫາທິດທາງແກ້ໄຂບັນດາຂໍ້ສະເໜີ ກັບບໍ່ລິສັດຂຸດຄົ້ນແຮ່ເຫຼັກພ້ອມທັງລົງກວດກາພາກສະໝາມຕົວຈິງອີກດ້ວຍ.