(ສພຊ) ໃນລະຫວ່າງວັນທີ 10-11 ພຶດສະພາ 2023, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ສາທາລະນະລັດ ອິນໂດເນເຊຍ.
![](https://na.gov.la/wp-content/uploads/2023/05/347098616_566006782108075_7620710142962863711_n.jpeg)
ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາຄັ້ງນີ້ ມີບັນດາປະມຸກລັດ, ນາຍົກ ລັດຖະມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ ໂດຍໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ເປັນຄວາມກັງວົນຮ່ວມກັນ ແລະ ສິ່ງທ້າທາຍຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ.
![](https://na.gov.la/wp-content/uploads/2023/05/347135456_771190231305612_5158300638040826492_n.jpeg)
ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມໄປເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມດຽວກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮັກສາສັນຕິພາບ, ຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ; ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ສົ່ງເສີມການລົງທຶນສີຂຽວ, ຄວາມສະເໝີພາບ ແລະ ຄວາມຍືນຍົງທາງດ້ານການເງິນ; ປັບປຸງແຜນງານ, ຂອບກົດໝາຍ ແລະ ນະໂຍບາຍເພື່ອບັນລຸຂໍ້ລິເລີ່ມ ແລະ ຂໍ້ຕົກລົງສີຂຽວອາຊຽນ; ປັບປຸງປະສິດທິພາບການເຄື່ອນໄຫວຂອງບັນດາກົນໄກຂອງອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມພັດທະນາ; ສົ່ງເສີມນະວັດຕະກໍາ, ການຖ່າຍທອດການນຳໃຊ້ ແລະ ການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງຫວ່າງຂອງການພັດທະນາ, ເສີມສ້າງຄວາມເຂັ້ມແຂງພາຍໃນພາກພື້ນ ໃຫ້ມີການຂະຫຍາຍຕົວ ແລະ ການພັດທະນາແບບຍືນຍົງຕາມທິດທາງຂອງອາຊຽນ.
ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ, ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ກໍໄດ້ປະຊຸມຮ່ວມກັບ ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 9 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກະໂປ, ມາເລເຊຍ, ຟິລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າ ປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາ ທີ່ຈະສະເໜີຕໍ່ຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານດັ່ງກ່າວ, ໂດຍໄດ້ເນັ້ນໜັກເຖິງການເພີ່ມທະວີຄວາມໝັ້ນຄົງ, ສົ່ງເສີມນະໂຍບາຍເພື່ອສ້າງຄວາມເຂັ້ມແຂງແກ່ອາຊຽນ, ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງເສີມການເຊື່ອມຈອດທາງດ້ານເສດຖະກິດຂອງພາກພື້ນກັບທົ່ວໂລກ, ຫຼຸດຜ່ອນຊອງຫວ່າງຂອງການພັດທະນາ ແລະ ພ້ອມກັນກ້າວໄປໂດຍບໍ່ປະຖີ້ມໃຜໄວ້ເບື້ອງຫຼັງ.
ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະປຶກສາຫາລືແບບບໍ່ເປັນທາງການກັບຄະນະຜູ້ແທນ ສສ.ຫວຽດນາມ, ກຳປູເຈຍ, ໄທ ແລະ ເລຂາທິການໃຫຍ່ໄອປາ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຕໍ່ໜ້າ.