ໂດຍປະຕິບັດຕາມແຈ້ງການ ສະບັບເລກທີ 30/ພນ ຂອງກະຊວງພາຍໃນ ກ່ຽວກັບການປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ຮ່າງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ; ມາໃນຕອນເຊົ້າຂອງວັນທີ 18 ກຸມພາ 2025 ນີ້, ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມ ລະດົມຄໍາຄິດເຫັນ ທາບທາມໃສ່ ສອງຮ່າງກົດໝາຍ ດັ່ງກ່າວ; ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ;
ທັງນີ້, ເພື່ອຄົ້ນຄວ້າຢ່າງເລິກເຊິ່ງ ແລະ ບົນພື້ນຖານຄວາມເອກະພາບ ຕາມຮ່າງແບບສອບຖາມຂອງຮ່າງກົດໝາຍທັງສອງສະບັບ, ຮັບປະກັນເນື້ອໃນຂອງການປັບປຸງກົດໝາຍ ມີຄວາມອຸດົມສົມບູນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດນໍາເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ຕາມກຳນົດເວລາ;
ຮ່າງກົດໝາຍ ສອງສະບັບດັ່ງກ່າວນີ້ ແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ເລີ່ມແຕ່ປີ 2015 ແລະ ຜ່ານການຈັດຕັ້ງປະຕິບັດໄດ້ 10 ປີ ເຫັນໄດ້ບາງໝວດບາງມາດຕາ ຍັງບໍ່ທັນແທດເໝາະ, ເພາະເປັນກົດໝາຍທີ່ ມີຄວາມ ສໍາຄັນ ຕໍ່ການຄຸ້ມຄອງ, ການຕິດຕາມ ກວດກາວຽກງານພະນັກງານ-ລັດຖະກອນ ຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ແນໃສ່ຮັບປະກັນການປະຕິບັດແນວທາງຂອງພັກ ແລະ ນະໂຍບາຍຂອງລັດແຕ່ລະໄລຍະ; ປັບປຸງ ແລະ ສ້າງອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ ແລະ ເປັນລະບົບໃນທົ່ວປະເທດ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ