
ວັນທີ 14 ພຶດສະພາ 2024, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ຈໍານວນ 4 ສະບັບ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ແຂກເຊີນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.




ກອງປະຊຸມ, ໄດ້ຮັບຟັງຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງສະເໜີຮ່າງກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອັກຄີໄພ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍ ການທ່ອງທ່ຽວ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ(ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍ ອາກອນມູນຄາເພີ່ມ(ສະບັບປັບປຸງ).


ຫຼັງຈາກນັ້ນ, ບັນດາທ່ານຜູ້ແທນກອງປະຊຸມ, ໄດ້ເຊີດຊູຄວາມຮັບຜິດຊອບການເມືອງຕົນ ປະກອບຄໍາຄິດຄໍາເຫັນຕາມການສະເໜີຂອງປະທານ ແລະ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ເປັນຂະບວນ.




ກອງປະຊຸມດັ່ງກ່າວແມ່ນດໍາເນີນເປັນເວລາ 1 ວັນ ແລະ ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
