ທາບທາມຄຳເຫັນໃສ່ກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ).

ມ.ຖ. 8, 2023

ຕອນເຊົ້າຂອງວັນອັງຄານ, ວັນທີ 23 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ), ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ສົມຈິດ ປັນຍາສັກ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກໍາລັງ ປກຊ-ປກສ, ແຂກເຊີນ ແລະ ຄະນະຮັບຜິດ ຊອບພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ຈຸດປະສົງ, ກໍ່ເພື່ອປະຕິບັດຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດການທາບທາມຄຳເຫັນໃສ່ບັນດາກົດໝາຍ, ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ, ການທາບທາມກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ)ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ເພື່ອເຮັດໃຫ້ເນື້ອໃນກົດໝາຍຄົບຖ້ວນ, ຊັດເຈນ, ຫັດກຸມກວ່າເກົ່າ, ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ຫຼັງຈາກນັ້ນ, ບັນດາທ່ານຜູ້ແທນກອງປະຊຸມ, ໄດ້ເຊີດຊູຄວາມຮັບຜິດຊອບການເມືອງຕົນຕາມການມອບໝາຍ, ປະຕິບັດສິດໜ້າທີ່ ແລະ ໄດ້ປະກອບຄໍາຄິດຄໍາເຫັນຕາມການສະເໜີ ແລະ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ ຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ເປັນຂະບວນ.
ພາບ/ຂ່າວ: ແສງພອນ ອິນນະລົງ.