ທັດສະນະຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ອົງການກວດກາ ແລະ ອົງການ​ກວດ​ສອບ​

​ພ.ຈ. 21, 2025

(ສພຊ) – ວັນທີ 14 ພະຈິກຜ່ານມາ, ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ຫຼັັງຈາກທ່ານ ປອ. ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2023 ແລະ ທ່ານ ວຽງທະວີສອນ ເທບພະຈັນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ຜົນການກວດສອບປະຈໍາປີ 2024 ແລະ ແຜນການເຄື່ອນໄຫວ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ; ທ່ານ ປອ ລີເບີ ລີບົວປາວ ປະ ທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ 2 ອົງການດັ່ງກ່າວ ເຊິ່ງສະເໜີບາງທັດສະນະຕໍ່ອົງການກວດກາແຫ່ງລັດ ດັ່ງນີ້:
1)​ ສືບຕໍ່ຜັນຂະຫຍາຍບາງມາດຕາຂອງກົດໝາຍ ເປັນນິຕິກຳໃຕ້ກົດໝາຍ ໃຫ້ສຳເລັດຕາມແຜນ; ເອົາໃຈໃສ່ເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ແກ່ເປົ້າໝາຍທີ່ຖືກກວດກາ, ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2) ​ສືບຕໍ່ປັບປຸງແກ້ໄຂວຽກງານກວດກາໃຫ້ດີຂຶ້ນ ດ້ວຍການຖອດຖອນບົດຮຽນ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ.
3)​ ເອົາໃຈໃສ່ກໍ່ສ້າງພະນັກງານ-ນັກກວດກາ ໃຫ້ເປັນມືອາຊີບ, ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທຳ ເພື່ອຮັບປະກັນຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນຕໍ່ວຽກກວດກາ.
4) ​ເອົາໃຈໃສ່ຫັນເປັນທັນສະໄໝວຽກງານກວດກາ ໂດຍນຳໃຊ້ເຕັກໂນໂລຊີ, ອຸປະກອນ, ເຄື່ອງມື ເຂົ້າໃນວຽກງານກວດກາໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນສູງຂຶ້ນ.
5)​ ສະເໜີລັດຖະບານ ຄົ້ນຄວ້າງົບປະມານເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນຮັບໃຊ້ການເຄື່ອນໄຫວວຽກງານຂອງອົງການກວດກາແຫ່ງລັດ ຕາມການສະເໜີ.
ຕໍ່ອົງການກວດສອບແຫ່ງລັດ
1) ເອົາໃຈໃສ່ຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃຫ້ມີຜົນສັກສິດ, ຜັນຂະຫຍາຍບາງມາດຕາຂອງກົດໝາຍດັ່ງກ່າວ ເປັນນິຕິກຳໃຕ້ກົດໝາຍ ໃຫ້ຄົບຖ້ວນ ແລະ ມີເນື້ອໃນຮັດກຸມ, ສາມາດເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ.
2) ​ເອົາໃຈໃສ່ຊຸກຍູ້ຕິດຕາມການແກ້ໄຂຜົນການກວດສອບທີ່ຍັງຄ້າງ ໃຫ້ບັນລຸຕາມແຜນການ.
3)​ ເອົາໃຈໃສ່ສ້າງນັກກວດສອບແຕ່ລະຂັ້ນ 1-4 ໃຫ້ໄດ້ຫຼາຍຂຶ້ນ.
4) ​ສືບຕໍ່ຍົກລະດັບສະຖາບັນເຝິກອົບຮົມ ເປັນສະຖາບັນການສຶກສາດ້ານການກວດສອບແຫ່ງລັດ ໃຫ້ບັນລຸຕາມແຜນ.
5)​ ເອົາໃຈໃສ່ຫັນເປັນທັນສະໄໝວຽກງານກວດສອບ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນ ໃນການເຄື່ອນໄຫວວຽກງານໃຫ້ດີຂຶ້ນກວ່າເກົ່າ.
6)​ ສະເໜີລັດຖະບານ ຄົ້ນຄວ້າງົບປະມານເພື່ອຕອບສະໜອງຄວາມຕ້ອງການທີ່ຈຳເປັນຮັບໃຊ້ການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ຕາມການສະເໜີ.