ທະນາຄານການຄ້າຕ່າງປະເທດລາວ ຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9

ມ.ຖ. 12, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ວັນທີ 11 ມິຖຸນານີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ມອບເງິນສົດ 30 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າມອບໂດຍທ່ານ ກົງສັກ ສຸພອນສີ ຮອງຜູ້ອຳນວຍການທະນາຄານດັ່ງກ່າວ ແລະ ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ທະນາຄານການຄ້າຕ່າງປະເທດລາວ ມະຫາ ຊົນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບເງິນສົດເພື່ອອຸປະຖຳໃນຄັ້ງນີ້.
(ນາງ ກຸກກິກ ບຸດດາໄຊ)