ຖະແຫຼງ ຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV.

ຕ.ລ. 17, 2025

ຕອນເຊົ້າວັນທີ 17 ຕຸລາ 2025, ທ່ານ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ໄດ້ຖະແຫຼງ ຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ວ່າ:
ບັນດາທ່ານທີ່ນັບຖື ແລະ ຮັກແພງ!
ຂ້າພະເຈົ້າ, ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ-ຊາວຜູ້ອອກແຮງງານ, ພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊຮັບຊາບ ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV.
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 15 ຕຸລາ 2025 ໃຊ້ເວລາ 1 ຕອນ, ຢູ່ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາພັກແຂວງ, ທ່ານ ປອ ວົງສະຫວັນ ໄຊຍະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, 2 ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກເຊີນ ເຂົ້າຮ່ວມທັງໝົດ 108 ທ່ານ, ຍິງ 26 ທ່ານ; ໃນນັ້ນສະມາຊິກສະພາປະຊາຊົນແຂວງ 25 ທ່ານ, ຍິງ 09 ທ່ານ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ຢ່າງລະອຽດຖີ່ຖ້ວນ ໂດຍໄດ້ອອກເປັນ 5 ມະຕິຄືດັ່ງນີ້:
I. ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ວ່າດ້ວຍການຮັບຮອງເອົາ ໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ ແລະ ການແຕ່ງຕັ້ງສະມາຊິກຄະນະກໍາມະການປົກຄອງແຂວງ ຊຸດທີ X:
– ປະກອບມີ 11 ພະແນກ, 2 ກອງບັນຊາການ ແລະ 3 ອົງການທຽບເທົ່າພະແນກ ດັ່ງນີ້;
1. ກອງບັນຊາການທະຫານແຂວງ;
2. ກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
3. ພະແນກການຕ່າງປະເທດ;
4. ຫ້ອງວ່າການແຂວງ;
5. ພະແນກຍຸຕິທໍາ;
6. ພະແນກສຶກສາທິການ ແລະ ກິລາ;
7. ພະແນກວັດທະນະທໍາ ແລະ ການທອງທ່ຽວ;
8. ພະແນກສາທາລະນະສຸກ;
9. ພະແນກການເງິນ;
10. ພະແນກກະສິກໍາ ແລະ ສິ່ງແວດລ້ອມ;
11. ພະແນກອຸດສາຫະກໍາ ແລະ ການຄ້າ;
12. ພະແນກໂຍທາທິການ ແລະ ຂົນສົ່ງ;
13. ພະແນກແຮງງານ ແລະ ສະຫວັດດີການສັງຄົມ;
14. ພະແນກເຕັກໂນໂລຊີ ແລະ ການສື່ສານ;
15. ອົງການພັດທະນາ ແລະ ບໍລິຫານຕົວເມືອງ;
16. ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.
– ເຫັນດີແຕ່ງຕັ້ງສະມາຊິກຄະນະກໍາມະການປົກຄອງແຂວງ ຊຸດທີ X ຈໍານວນ 19 ທ່ານດັ່ງນີ້;
1. ທ່ານ ສຸຫວັດ ມະຫາວົງສະນັ່ນ ກໍາມະການປະຈໍາພັກແຂວງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ;
2. ທ່ານ ຄໍາແສງ ອາລີ ກໍາມະການປະຈໍາພັກແຂວງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ.
3. ທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກໍາມະການປະຈໍາພັກແຂວງ ເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງ;
4. ທ່ານ ພົນຈັດຕະວາ ຄໍາເຜີຍ ໂສມພັນ ເປັນຫົວໜ້າການທະຫານກອງບັນຊາການທະຫານແຂວງ;
5. ທ່ານ ພັນເອກ ດວງຈັນ ໄຊວຸດ ກໍາມະການພັກແຂວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
6. ທ່ານ ພິໄລທອງ ຈິດມະນີ ກໍາມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ;
7. ທ່ານ ຈໍາປາ ສີດາຄໍາ ເປັນຫົວໜ້າພະແນກການຕ່າງປະເທດ;
8. ທ່ານ ນາງ ວັນສີ ພວງມະໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກຍຸຕິທໍາ;
9. ທ່ານ ສົມສັກ ສຸພິໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາ;
10. ທ່ານ ນາງ ອໍາໄພວອນ ປັນຍາລັກ ກໍາມະການພັກແຂວງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທອງທ່ຽວ;
11. ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ກໍາມະການພັກແຂວງ ເປັນຫົວໜ້າພະແນກສາທາລະນະສຸກ;
12. ທ່ານ ປອ ສຸລິຍາ ສຸພິທັກ ກໍາມະການພັກແຂວງ ເປັນຫົວໜ້າພະແນກການເງິນ;
13. ທ່ານ ພິມມະເສນ ຄຸນສີລິວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ;
14. ທ່ານ ອາລຸນ ບຸນວິໄລ ກໍາມະການພັກແຂວງ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ;
15. ທ່ານ ສົມພາວັນ ສຸດຈະລິດ ກໍາມະການພັກແຂວງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ;
16. ທ່ານ ຄໍາສະພອນ ໄຊຍະວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ;
17. ທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ;
18. ທ່ານ ສຸດໃຈ ສຸດແສງເດືອນ ເປັນຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ;
19. ທ່ານ ນາງ ຈັນທະລາ ໄຊບຸນເຮື່ອງ ກໍາມະການພັກແຂວງ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ.
II. ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ວ່າດ້ວຍການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ ຊຸດທີ X ດັ່ງນີ້:
1. ເຫັນດີແຕ່ງຕັ້ງ ທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ເປັນປະທານຄະນະກໍາມະການປົກຄອງແຂວງ;
III. ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ວ່າດ້ວຍການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງເມືອງ 7 ເມືອງ ດັ່ງນີ້:
1. ເຫັນດີແຕ່ງຕັ້ງ ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງໄຊ;
2. ທ່ານ ນິດ ໂພທິວັນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງຫຼາ;
3. ທ່ານ ວຽງໄຊ ຄໍາພະຈັນ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງງາ;
4. ທ່ານ ຄໍາຈັນ ລາວຈືເບັງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງນາໝໍ້;
5. ທ່ານ ບຸນຊ່ວງ ຄໍາພູວົງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງແບງ;
6. ທ່ານ ວັນນິຄອນ ມິ່ງບຸບຜາ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງຮຸນ;
7. ທ່ານ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງປາກແບງ.
IV. ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ວ່າດ້ວຍການແຕ່ງຕັ້ງ ປະທານສານປະຊາຊົນແຂວງ, ປະທານສານປະຊາຊົນ ເຂດ I ແລະ ເຂດ II ດັ່ງນິ້:
1. ເຫັນດີແຕ່ງຕັ້ງ ທ່ານ ຄໍາຜົງ ບັນເລືອງ ເປັນປະທານສານປະຊາຊົນແຂວງ
2. ທ່ານ ທອງຄໍາ ສີຫາລາດ ເປັນປະທານສານປະຊາຊົນ ເຂດ I;
3. ທ່ານ ທະນູສອນ ລາວລີ ເປັນປະທານສານປະຊາຊົນ ເຂດ II;
V. ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ວ່າດ້ວຍການແຕ່ງຕັ້ງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ເຂດ II ດັ່ງນິ້:
1. ເຫັນດີແຕ່ງຕັ້ງ ທ່ານ ນາງ ສົມຫວັງ ໄຊຍະຕິ ກໍາມະການພັກແຂວງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ;
2. ທ່ານ ບຸນປັນ ສຸຕິສັກ ເປັນຫົວໜ້າອົງການໄອຍະການປະຊາຊົນ ເຂດ I;
3. ທ່ານ ຫົງດາລາ ໄຊຍະວົງ ເປັນຫົວໜ້າອົງການໄອຍະການປະຊາຊົນ ເຂດ II;
ບັນດາທ່ານທີ່ນັບຖື ແລະ ຮັກແພງ!
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ 5 ປີຜ່ານມາ(2021-2025) ແລະ ວິໄສທັດໃນການພັດທະນາ ແຂວງອຸດົມໄຊ 5 ປີຕໍ່ໜ້າ(2026-2030)ໂດຍສັງເຂບ ແລະ ການຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງສະພາປະຊາຊົນແຂວງ.
ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ຂໍຂອບໃຈມາຍັງບັນດາທ່ານການນໍາພັກ-ລັດ, ພະ ນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ-ຊາວຜູ້ອອກແຮງງານ ແລະ ພໍ່-ແມ່ປະຊາ ຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ທີ່ໄດ້ຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະ ຊາຊົນແຂວງອຸດົມໄຊ ຊຸດທີ IV ຄັ້ງນີ້.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງສື່ມ່ວນຊົນຂອງແຂວງ, ຂອງສະພາປະຊາຊົນແຂວງ ທີ່ໄດ້ຕິດຕາມເກັບກໍາຂ່າວ ແລະ ເຜີຍແຜ່ການດໍາເນີນກອງປະຊຸມຢ່າງທົ່ວເຖິງ, ຂໍຂອບໃຈເຈົ້າໜ້າທີ່ ທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຂອບໃຈທຸກພາກສ່ວນ ທີ່ໄດ້ໃຫ້ການປະກອບສ່ວນເຂົ້າໃນການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ສໍາເລັດຕາມລະດັບຄາດໝາຍຢ່າງຈົບງາມ.
(ຂໍຂອບໃຈ)!
ພາບ/ຂ່າວ: ສະພາປະຊາຊົນແຂວງ.