ຖະແຫຼງ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV;

ທ.ວ. 31, 2025

ຕອນບ່າຍວັນທີ 26 ທັນວາ 2025, ທ່ານ ທອງໄຊ ທໍ່ຈົງເລາຍຈີ ກໍາມະການປະຈໍາ ສພຂ, ຮັກສາການເລຂາທິການ ສພຂ; ໄດ້ຕາງໜ້າຄະນະປະຈຳ ສພຂ ຖະແຫຼງຂ່າວຜ່ານສື່ມ່ວນຊົນ ເພື່ອໃຫ້ບັນດາທ່ານການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ-ຊາວຜູ້ອອກແຮງງານ, ຕະຫຼອດຮອດພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງອຸດົມໄຊຮັບຊາບ ວ່າ:
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 24 ທັນວາ 2025 ແລະ ປິດລົງໃນຕອນບ່າຍ ຂອງວັນທີ26 ທັນວາ 2025 ໃຊ້ເວລາ 3 ວັນ, ຢູ່ທີ່ສະໂມສອນແຂວງ(ບ້ານເຈງ), ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ. ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ອົງການທຽບເທົ່າ, ກອງພົນທີ 3, ເລຂາພັກເມືອງ 7 ເມືອງ, ອາດີດສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກເຊີນ ເຂົ້າຮ່ວມທັງໝົດ 150 ທ່ານ, ຍິງ 32 ທ່ານ; ໃນນັ້ນສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 9 ທ່ານ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນ ດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ໂດຍໄດ້ອອກເປັນມະຕິຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະກໍາມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 5 ປີ(2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ການສ້າງຕັ້ງຕາແສງ ຂອງແຂວງອຸດົມໄຊ;
3. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ຂອງອົງ ການກວດສອບປະຈໍາພາກເໜືອ II ປະຈຳ 5 ປີ(2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2024;
4. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ຂອງອົງ ການກວດກາລັດແຂວງ ປະຈຳ 5 ປີ(2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານ ຜົນການກວດກາຕາມຜົນການກວດສອບ ປະຈໍາປີ 2023;
5. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອໄຫວວຽກງານ ຂອງອົງການໄອຍະການປະຊາຊົນແຂວງ ປະຈຳ 5 ປີ(2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026;
6. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອໄຫວວຽກງານ ຂອງສານປະຊາຊົນແຂວງ ປະຈຳ 5 ປີ(2021-2025), ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026;
7. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອໄຫວວຽກງານ ປະຈຳ 5 ປີ(2021-2025), ປະຈຳປີ 2025 ຂອງສະພາປະຊາ ຊົນແຂວງ ຊຸດທີ IV ແລະ ແຜນວຽກຈຸດສຸມ ແຕ່ນີ້ຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V, ຮ່າງແຜນການເຄື່ອນ ໄຫວວຽກງານ ປະຈຳ 5 ປີ(2026-2030), ປະຈຳປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ V;
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ຕະຫຼອດໃນໄລຍະດຳເນີນກອງປະຊຸມ ໄດ້ຮັບຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ຜ່ານໂທລະສັບສາຍດ່ວນ(081 156)ທັງໝົດ 6 ສາຍ, ມີ 7 ບັນຫາ: ຂົງເຂດເສດຖະກິດ, ແຜນການ ແລະ ການເງິນ(ມີ 3 ສາຍ, ມີ 4 ບັນຫາ); ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ(ມີ 2 ສາຍ, ມີ 2 ບັນຫາ); ຂົງເຂດຍຸຕິທໍາ, ປກຊ-ປກສ(ມີ 1 ສາຍ, ມີ 1 ບັນຫາ) ຕໍ່ກັບຄໍາຄິດເຫັນດັ່ງກ່າວ ຄະນະເລຂາທິການຈະໄດ້ສະຫຼຸບສັງລວມ, ເພື່ອມອບໃຫ້ຄະນະປະຈໍາ ແລະ ບັນດາຄະນະກໍາມະການພາຍໃນສະພາປະຊາຊົນແຂວງ ເພື່ອປະສານສົມ ທົບ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາ, ພິຈາລະນາ ແລະ ແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ໃຫ້ທັນເວລາ.
ອີກເທື່ອໜຶ່ງ ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ຂໍຂອບໃຈມາຍັງບັນດາທ່ານການນໍາພັກ-ລັດແຂວງ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ກຳມະ ກອນ-ຊາວຜູ້ອອກແຮງງານ, ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ທີ່ໄດ້ຕິດຕາມການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ຄັ້ງນີ້ແຕ່ຕົ້ນຕະຫຼອດປາຍ.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງສື່ມ່ວນຊົນຂອງແຂວງ ທີ່ໄດ້ຕິດ ຕາມຢ່າງໃກ້ຊິດເພື່ອເກັບກໍາຂ່າວ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດໍາເນີນກອງປະຊຸມ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.(ຂໍຂອບໃຈ)!
ພາບ/ຂ່າວ: ສະພາປະຊາຊົນແຂວງ.