ຖະແຫຼງ ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງ ຊຸດທີ II

ພ.ພ. 9, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນທີ 9 ພຶດສະພາ 2025 ນີ້, ຢູ່ທີສະຖານີວິທະຍຸ-ໂທລະພາບແຂວງ, ທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ ໄດ້ຖະແຫຼງຕໍ່ສື່ມ່ວນຊົນຂອງແຂວງ ແລະ ຂອງສະພາປະຊາຊົນແຂວງວ່າ: ຂ້າພະເຈົ້າ, ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະກອນ-ຊາວຜູ້ອອກແຮງງານ, ພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊຮັບຊາບ ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.
ກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 8 ພຶດສະພາ 2025 ໃຊ້ເວລາ 1 ຕອນ, ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, 2 ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກເຊີນ ເຂົ້າຮ່ວມທັງໝົດ 101 ທ່ານ, ຍິງ 33 ທ່ານ; ໃນນັ້ນສະມາຊິກສະພາປະຊາຊົນແຂວງ 25 ທ່ານ, ຍິງ 8 ທ່ານ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງ
ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ຢ່າງລະອຽດຖີ່ຖ້ວນ ໂດຍໄດ້ອອກເປັນ 2 ມະຕິຄື:
1). ມະຕິ ວ່າດ້ວຍ ການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງແຂວງ ດ້ວຍຄະແນນສຽງເຫັນດີ 100%
1. ໂຮມ ພະແນກແຜນການ ແລະ ການລົງທຶນ ເຂົ້າກັບ ພະແນກການເງິນ ເອີ້ນຊື່ວ່າ:
ພະແນກການເງິນ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
2. ໂຮມ ພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ພະແນກອຸດສາຫະກໍາ ແລະ ການຄ້າ ເອີ້ນ
ຊື່ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
3. ໂຮມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ພະແນກກະສິກໍາ
ແລະ ປ່າໄມ້ ເອີ້ນຊື່ວ່າ: ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
4. ໂຮມພະແນກພາຍໃນ ເຂົ້າກັບຄະນະຈັດຕັ້ງແຂວງ ແລະ ຫ້ອງວ່າການແຂວງ, ໃນນີ້ເອົາ
ວຽກງານຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ, ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນກັບຄະນະຈັດຕັ້ງແຂວງ; ໂອນວຽກງານປົກຄອງ, ວຽກແຜນທີ, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນກັບຫ້ອງວ່າການແຂວງ ແລະ ອົງການອື່ນທີ່ເຫັນວ່າມີຄວາມສອດຄ່ອງ;
5. ໂອນວຽກສື່ມ່ວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກ
ດັ່ງກ່າວໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ, ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນຊື່ວ່າ: ພະແນກວັດທະນະທໍາ ແລະ ທ່ອງທ່ຽວ;
6. ແຍກວຽກອົງການພັດທະນາ ແລະ ບໍລິຫານຕົວເມືອງ ອອກຈາກອົງການປົກຄອງແຂວງ
ແລະ ມາເປັນອົງການທຽບເທົ່າທີ່ຂຶ້ນກັບແຂວງ;
7. ການປັບປຸງກົງຈັກການຈັດຕັ້ງ ຂອງສະພາປະຊາຊົນແຂວງ ແມ່ນມອບໃຫ້ຄະນະປະຈໍາ
ສະພາປະຊາຊົນແຂວງ ສົມທົບກັບຄະນະປະຈໍາສະພາແຫ່ງຊາດ ແລ້ວລາຍງານໃຫ້ຄະນະປັບປຸງກົງຈັກຂັ້ນແຂວງ;
8. ສໍາລັບການປັບປຸງກົງຈັກຂັ້ນເມືອງ ແມ່ນມອບໃຫ້ຄະນະປັບປຸງກົງຈັກຂັ້ນແຂວງ ຊີ້ນໍາ
ໃຫ້ຂັ້ນເມືອງປັບປຸງຕາມສາຍຕັ້ງຂັ້ນແຂວງທີ່ມີການປັບປຸງ, ໂຮມກັນຢູ່ຂັ້ນແຂວງບົນພື້ນຖານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງເລິກເຊິ່ງ ແລະ ໃຫ້ສໍາເລັດພາຍໃນເດືອນ ກໍລະກົດ 2025.
2). ມະຕິ ວ່າດ້ວຍ ການຮັບຮອງເອົາ ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍ ການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງແລວທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ, ແຂວງອຸດົມໄຊ ໃນເນື້ອທີ່ 347 ເຮັກຕາ, ດ້ວຍຄະແນນສຽງເຫັນດີ 92%.
ການຄົ້ນຄວ້າພິຈາລະນາ ຕໍ່ບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໄດ້ປະກອບຄໍາເຫັນດ້ວຍການລົງຄະແນນສຽງແບບເອເລັກໂຕນິກ ມີຜູ້ລົງຄະແນນສຽງທັງໝົດ 17 ເທື່ອທ່ານ. ໄລຍະດຳເນີນກອງປະຊຸມ ໄດ້ຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ(081 156)ຈໍານວນ 1 ສາຍ, ກ່ຽວພັນເຖິ່ງຂົງເຂດເສດຖະກິດ, ແຜນການ ແລະ ການເງິນ ຕໍ່ກັບຄໍາສະເໜີດັ່ງກ່າວ ຄະນະປະຈໍາ ສພຂ ຈະໄດ້ມອບໃຫ້ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາ, ພິຈາລະນາ ແລະ ແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ໃຫ້ທັນເວລາ.
ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ຂໍຂອບໃຈມາຍັງບັນດາທ່ານການນໍາພັກ-ລັດແຂວງ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ, ກຳມະ ກອນ-ຊາວຜູ້ອອກແຮງງານ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ທີ່ໄດ້ຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຄັ້ງນີ້.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງສື່ມ່ວນຊົນຂອງແຂວງ, ຂອງສະພາປະຊາຊົນແຂວງ ທີ່ໄດ້ຕິດຕາມເກັບກໍາຂ່າວ ແລະ ເຜີຍແຜ່ການດໍາເນີນກອງປະຊຸມຢ່າງທົ່ວເຖິງ, ຂໍຂອບໃຈເຈົ້າໜ້າທີ່ ທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຂອບໃຈທຸກພາກສ່ວນ ທີ່ໄດ້ໃຫ້ການປະກອບສ່ວນເຂົ້າໃນການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ສໍາເລັດຕາມລະດັບຄາດໝາຍຢ່າງຈົບງາມ(ຂໍຂອບໃຈ)!
ພາບ/ຂ່າວ: ສະພາປະຊາຊົນແຂວງ.