ຖະແຫຼງ ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງອຸົດມໄຊ ຊຸດທີ V.

ກ.ພ. 27, 2026

ຕອນບ່າຍວັນທີ 27 ກຸມພາ 2026 ນີ້, ທ່ານ ຄໍາດີ ວົງລ້ອມ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຖະແຫຼງຜົນການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ວ່າ:
ຮຽນບັນດາທ່ານການນໍາພັກ-ລັດ, ພໍ່-ແມ່ ພີ່ນ້ອງຊາວແຂວງອຸດົມໄຊ ທີ່ນັບຖີ່ ແລະ ຮັກແພງ!
ໂດຍປະຕິບັດຕາມ ກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024; ມາດຕາ 29 ວ່າດ້ວຍ ສິດ ແລະ ໜ້າທີ່ ຂອງຄະນະກໍາມະການເລືອກຕັ້ງຂັ້ນທ້ອງຖິ່ນ, ມາດຕາ 37 ວ່າດ້ວຍ ການນັບຄະ ແນນສຽງ ແລະ ມາດຕາ 44 ວ່າດ້ວຍ ການປະກາດຜົນການເລືອກຕັ້ງ. ອີງຕາມ ການລາຍງານຜົນຂອງການເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງອຸດົມໄຊ ຊຸດທີ V ຄັ້ງວັນທີ 22 ກຸມພາ 2026 ຂອງຄະນະກໍາມະການເລືອກຕັ້ງ 7 ເມືອງໃນທົ່ວແຂວງ. ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ປະກາດແຈ້ງການລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ຊຶ່ງປະກອບມີ 35 ທ່ານ, ຍິງ 15 ທ່ານ, ລາຍລະອຽດດັ່ງນີ້:
1. ເຂດເລືອກຕັ້ງເມືອງໄຊ ຈໍານວນ 05 ທ່ານ; ຍິງ 01 ທ່ານ:
1) ທ່ານ ສົມຄິດ ກັນສະໜິດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ສຸດໃຈ ສຸດແສງເດືອນ ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງ;
3) ທ່ານ ຄໍາຊຽນ ອິດນຸຄານ ກໍາມະການພັກເມືອງ, ປະຈໍາຢູ່ຫ້ອງວ່າການເມືອງ;
4) ທ່ານ ນາງ ໝອນຄໍາ ສຸກສິງຫາ ປະທານໂຮງແຮມສິງຫາ;
5) ທ່ານ ພັທ ສົມພອນ ສຸລິເຮືອງ ຮອງຫົວໜ້າການເມືອງກອງບັນຊາການ ປກຊ ເມືອງ.
2. ເຂດເລືອກຕັ້ງເມືອງຫຼາ ຈໍານວນ 05 ທ່ານ; ຍິງ 03 ທ່ານ:
1) ທ່ານ ສອນສຸວັນ ປັນຍາວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ;
3) ທ່ານ ນາງ ຈັນສີ ຈັນທະວານ ກໍາມະການພັກເມືອງ, ປະຈໍາຢູ່ຫ້ອງວ່າການເມືອງ;
4) ທ່ານ ນາງ ສຸລິຈັນ ເສດສົງຄາມ ຮອງຫົວໜ້າພະແນກຍຸຕິທໍາແຂວງ;
5) ທ່ານ ນາງ ແສງເພັດ ຄໍາວິໄລ ຮອງຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ.
3. ເຂດເລືອກຕັ້ງເມືອງນາໝໍ້ ຈໍານວນ 05 ທ່ານ; ຍິງ 03 ທ່ານ:
1) ທ່ານ ໄກເພັດ ອິນພູວຽງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ນາງ ມະໄລພັນ ຈິດດໍາລົງ ຮອງຫົວໜ້າຫ້ອງວ່າການແຂວງອຸດົມໄຊ;
3) ທ່ານ ນາງ ວິທະລາ ລຸນລໍຄຽນ ກໍາມະການພັກເມືອງ, ຮອງຫົວໜ້າຄະນະຈັດຕັ້ງເມືອງ;
4) ທ່ານ ພັທ ຄໍາເຜີຍ ມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ;
5) ທ່ານ ພັທ ນາງ ສົມມີ ໄຊສົງຄາ ຫົວໜ້າພະແນກໂຄສະນາ ກອງບັນຊາການ ປກຊ ແຂວງ.
4. ເຂດເລືອກຕັ້ງເມືອງງາ ຈໍານວນ 05 ທ່ານ; ຍິງ 03 ທ່ານ:
1) ທ່ານ ທອງຄານ ວັດສະດາກອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ໂອທິບ ຟອງປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ;
3) ທ່ານ ນາງ ບົວທອງ ສັນທະຈັກ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວ ໜຸ່ມເມືອງ;
4) ທ່ານ ນາງ ວຽງສະໄໝ ປັນຍາຂັນ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ;
5) ທ່ານ ນາງ ແພງດີ ຄໍາແກ້ວມະນີ ຮອງຫົວໜ້າຫ້ອງການສາທາເມືອງ.
5. ເຂດເລືອກຕັ້ງເມືອງແບງ ຈໍານວນ 05 ທ່ານ; ຍິງ 02 ທ່ານ:
1) ທ່ານ ຄໍາພອນ ພິມມະລາດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານກໍາມະການເສດ ຖະກິດ, ແຜນການ ແລະ ການເງີນ, ຮັກສາການຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ;
3) ທ່ານ ສູນທອນ ຈັນທະເກດ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດເມືອງ;
4) ທ່ານ ນາງ ວຽງຄໍາ ມະນີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;
5) ທ່ານ ນາງ ອ່ອນ ທອງສະຫວັດ ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ;
6. ເຂດເລືອກຕັ້ງເມືອງຮຸນ ຈໍານວນ 05 ທ່ານ; ຍິງ 01 ທ່ານ:
1) ທ່ານ ສົມດີ ເຕັງເບຼຍຈື ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ທະນູໄຊ ເລືອງສະຫວັດ ຮອງປະທານຄະນະກວດກາພັກ-ລັດແຂວງ;
3) ທ່ານ ສົມຈິດ ອຸໄລທອນ ກໍາມະການພັກເມືອງ, ປະທານສະຫະພັນກໍາມະບານເມືອງ;
4) ທ່ານ ສົມຈິດ ດວງມີໄຊ ຫົວໜ້າສະຖາບັນການເງິນຈຸລະພາກຮັບເງິນຝາກພັດທະນາແຂວງອຸດົມໄຊ;
5) ທ່ານ ນາງ ສີວັນ ທະວີໄຊ ຮອງຫົວໜ້າຫ້ອງວ່າການເມືອງ;
7. ເຂດເລືອກຕັ້ງເມືອງປາກແບງ ຈໍານວນ 05 ທ່ານ; ຍິງ 02 ທ່ານ:
1) ທ່ານ ໄຊຍະສິນ ສຸພັນທອງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ;
2) ທ່ານ ພັທ ທອງສະຫວັນ ປັນຍາຂັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ;
3) ທ່ານ ທອງຜາຍ ວັນນະລິດ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດເມືອງ;
4) ທ່ານ ນາງ ກອງສີ ມະນີພອນ ຜູ້ອໍານວຍການວິທະຍາໄລລາຊາແຂວງອຸດົມໄຊ;
5) ທ່ານ ນາງ ຕ່ອມແກ້ວ ແກ້ວອໍາພອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ;
ບັນດາທ່ານທີ່ນັບຖື ແລະ ຮັກແພງ;
ສະນັ້ນ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈຶ່ງໄດ້ປະກາດແຈ້ງການມາຍັງຄະນະກໍາມະການເລືກກຕັ້ງຂັ້ງເມືອງ, ບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ຈົ່ງຈັດຕັ້ງ ແລະ ເຜີຍແຜ່ຜົນຂອງການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ໃຫ້ຖັນແຖວພະ ນັກງານ, ທະຫານ-ຕໍາຫຼວດ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຮັບຮູ້ຢ່າງກວ້າງຂວາງ, ທົ່ວເຖິ່ງ ນັບແຕ່ວັນໄດ້ຮັບປະກາດສະບັບນີ້ ເປັນຕົ້ນໄປ.
ຂໍຂອບໃຈ!
ພາບ/ຂ່າວ: ສະພາປະຊາຊົນແຂວງ.