ຖະແຫຼງ ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV.

ຕ.ລ. 14, 2025

ຕອນເຊົ້າວັນທີ 14 ຕຸລາ 2025, ທ່ານ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ໄດ້ຖະແຫຼງ ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ວ່າ:
ຮຽນບັນດາທ່ານທີ່ເຄົາລົບ ແລະ ນັບຖື່
ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຂໍຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV.
ປະຕິບັດຕາມກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2020 ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນ ຂອງສະພາປະຊາຊົນຂັ້ນແຂວງ, ອີງຕາມການຕົກລົງ ເຫັນດີເປັນເອກະພາບຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ອີງຕາມການສະເໜີຂອງເຈົ້າແຂວງ ກ່ຽວກັບການຮັບຮອງເອົາໂຄງປະກອບກົງຈັກຂອງຄະນະກໍາມະການປົກຄອງແຂວງ ແລະ ການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຂອງຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງເມືອງ.
ສະພາປະຊາຊົນແຂວງ ຈະໄດ້ຈັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ຈະໄຂຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ 2025,
ກອງປະຊຸມຈະດໍາເນີນເປັນເວລາ 1 ຕອນ, ຢູ່ທີ່ສະໂມສອນແຂວງ, ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາບັນຫາທີ່ສໍາຄັນດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ;
2. ພິຈາລະນາ, ຮັບຮອງເອົາ ການຍົກຍ້າຍສະມາຊິກຄະນະກໍາມະການປົກຄອງແຂວງ;
3. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງສະມາຊິກຄະນະກໍາມະການປົກຄອງແຂວງ;
4. ພິຈາລະນາ, ຮັບຮອງເອົາ ປະທານຄະນະກໍາມະການປົກຄອງເມືອງ 7 ເມືອງ;
5. ພິຈາລະນາ, ຮັບຮອງເອົາ ການສະ ເໜີແຕ່ງຕັ້ງ ປະທານສານປະຊາຊົນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນ ເຂດ I ແລະ ເຂດ II, ຫົວ ໜ້າອົງການໄອຍະການປະຊາຊົນເຂດ I ແລະ ເຂດ II;
6. ພິຈາລະນາ, ຮັບຮອງເອົາ ການຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງສະພາປະຊາຊົນແຂວງ.
ການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ເຖິງແມ່ນເວລາຈະສັ້ນພຽງ 1 ຕອນ, ແຕ່ກໍ່ໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຂໍຖະແຫຼງຂ່າວການດໍາເນີນກອງປະຊຸມ ມາຍັງບັນດາທ່ານພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ຈົ່ງຮັບຊາບ ແລະ ພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV ຜ່ານການອອກຂ່າວໃນສື່ ຂອງສະພາປະຊາຊົນແຂວງ ແລະ ສື່ຂອງແຂວງ.
ທ້າຍນີ້, ຂໍອວຍພອນໄຊອັນປະເສີດໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ.
(ຂໍຂອບໃຈ)!
ພາບ/ຂ່າວ: ສະພາປະຊາຊົນແຂວງ.