ຖະແຫຼງ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.

​ກ.ກ. 4, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 4 ກໍລະກົດ 2025, ຢູ່ທີ່ສະຖານີ ວິທະຍຸ-ໂທລະພາບແຂວງ, ທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ
ໄດ້ຖະແຫຼງຕໍ່ສື່ມ່ວນຊົນຂອງແຂວງ ແລະ ຕໍ່ສື່ມ່ວນຊົນຂອງສະພາປະຊາຊົນແຂວງ ວ່າ:
ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວຜ່ານສື່ມ່ວນຊົນຂອງສະພາປະຊາຊົນແຂວງ ແລະ ຂອງແຂວງອຸດົມໄຊ ເພື່ອໃຫ້ບັນດາທ່ານການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ-ຊາວຜູ້ອອກແຮງງານ, ພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊຮັບຊາບ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ກ່ຽວກັບການດໍາເນີນກອງປະຊຸມຂອງສະພາປະຊາຊົນຂັ້ນແຂວງ(ມາດຕາ 60). ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 10-11 ກໍລະກົດ 2025 ໃຊ້ເວລາ 2 ວັນ, ຢູ່ທີ່ສະໂມສອນແຂວງ(ບ້ານເຈງ) ກອງປະຊຸມຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເນື້ອໃນສໍາຄັນຂອງແຂວງດັ່ງນີ້:
ວຽກງານ ອົງການປົກຄອງແຂວງ
1) ຮັບຟັງບົດລາຍງານໂດຍສັງເຂບ ຂອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງ;
2) ບົດລາຍງານການຈັດຕັ້ງປະຕິບັດຄາດໝາຍແຜນພັດທະນາເສດຖະກດິ-ສັງຄົມ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025;
3) ບົດລາຍງານການຈັດຕັ້ງປະຕິບັດຄາດໝາຍແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025;
4) ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນແຂວງອຸດົມໄຊ;
5) ບົດລາຍງານການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ປ່າ ຢູ່ແຂວງອຸດົມໄຊ;
ວຽກງານ ຂອງສະພາປະຊາຊົນແຂວງ
1) ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025;
2) ບົດປະກອບຄໍາເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານການຈັດຕັ້ງປະ ຕິບັດຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025;
ນອກຈາກນີ້, ກອງປະຊຸມຍັງຈະໄດ້ຮັບຟັງການໃຫ້ຄໍາຊີ້ແຈງ, ຕອບຄໍາຊັກຖາມຈາກພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ທີ່ມີຄວາມສົນ ໃຈຕໍ່ບັນຫາພົ້ນເດັ່ນຂອງສັງຄົມໃນວາລະກອງປະຊຸມ.
ຕະຫຼອດໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ອຸດົມໄຊ ຊຸດທີ II, ຄະນະເລຂາທິການຈະໄດ້ເປີດໂທລະສັບສາຍດ່ວນ (081 156 ໂດຍບໍ່ເສຍຄ່າ ຫຼື ຈະສົ່ງເປັນລາຍລັກອັກສອນມາທາງສະພາປະຊາຊົນແຂວງອຸດົມໄຊ ຕັ້ງຢູ່ບ້ານນາເລົາ, ເມືອງໄຊ, ແຂວງອຸດົມໄຊ ໃນໂມງລັດຖະການ) ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາ ເຜົ່າມາຍັງກອງປະຊຸມ, ກ່ຽວກັບບັນຫາທີ່ພົວພັນເຖິງການຄຸ້ມຄອງບໍລິຫານລັດຂອງສະມາຊິກອົງ ການປົກຄອງແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ…
ທ້າຍນີ້, ຂໍເຊີນຊວນມາຍັງບັນດາທ່ານພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຄັ້ງນີ້ ແຕ່ຕົ້ນຕະຫຼອດປາຍຜ່ານສື່ຕ່າງໆ.
ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປ່ວງຊົນລາວຊາວແຂວງອຸດົມໄຊ ພວມສຸມໃສ່ກະກຽມເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ແລະ ສ້າງຂະບວນການສະເຫຼີມສະຫຼອງວັນປະຫວັດສາດເປັນຕົ້ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຂໍອວຍພອນອັນປະເສີດໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ, ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ (ຂໍຂອບໃຈ)!