ຖະແຫຼງ ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ພ.ພ. 7, 2025 | ເຂດ 4 ອຸດົມໄຊ

ວັນທີ 6 ພຶດສະພາ 2025, ຢູ່ທີ່ສະຖານີວິທະຍຸ-ໂທລະພາບແຂວງ, ທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ ໄດ້ກ່າວວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວຜ່ານສື່ມ່ວນຊົນຂອງສະພາປະຊາຊົນແຂວງ ເພື່ອໃຫ້ບັນດາທ່ານການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ-ຊາວຜູ້ອອກແຮງງານ, ພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ຮັບຊາບ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ປີ 2020 ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນ ຂອງສະພາປະຊາຊົນຂັ້ນແຂວງ ມາດຕາ 56, ອີງຕາມມະຕິກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ IX ເລກທີ 05/ສພຊ ວ່າດ້ວຍ ການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ອີງຕາມແຈ້ງການເລກທີ 128/ຄລສ ເລື່ອງການປັບປຸງກົງຈັກການຈັດຕັ້ງ ແລະ ກະກຽມຫ້ອງເຮັດວຽກຂອງກົງຈັກເສນາທິການສະພາປະຊາຊົນແຂວງ ຢູ່ຂັ້ນເມືອງ, ອີງຕາມໜັງສືສະເໜີຂອງທ່ານເຈົ້າແຂວງ ເລກທີ 510/ອຊ ລົງວັນທີ 5 ພຶດສະພາ 2025 ເລື່ອງພິຈາລະນາຮັບຮອງເອົາການປັບປຸງກົງຈັກຂອງແຂວງ.

ສະພາປະຊາຊົນແຂວງ ຈະໄດ້ໄຂກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຂຶ້ນ, ໃນວັນທີ 8 ພຶດສະພາ 2025 ເພື່ອຮັບຮອງເອົາບັນຫາທີ່ສໍາຄັນຂອງແຂວງ, ກອງປະຊຸມຈະໃຊ້ເວລາ 1 ຕອນ, ຢູ່ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ, ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ 2 ເນື້ອໃນດັ່ງນີ້:

  1. ຄົ້ນຄວ້າພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກອົງການປົກຄອງແຂວງ ຕາມການສະເໜີຂອງເຈົ້າແຂວງ ເຊິ່ງຈະໄດ້:
  2. ໂຮມ ພະແນກແຜນການ ແລະ ການລົງທຶນ ເຂົ້າກັບ ພະແນກການເງິນ ເອີ້ນຊື່ວ່າ: ພະແນກການເງິນ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
  3. ໂຮມ ພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ພະແນກອຸດສາຫະກໍາ ແລະ ການຄ້າ ເອີ້ນຊື່ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
  4. ໂຮມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ພະແນກກະສິກໍາ ແລະ ປ່າໄມ້ ເອີ້ນຊື່ວ່າ: ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ແລະ ໂອນວຽກງານຈໍານວນໜຶ່ງໄປຂຶ້ນກັບພາກສ່ວນອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;
  5. ໂຮມພະແນກພາຍໃນ ຂຶ້ນກັບຄະນະຈັດຕັ້ງແຂວງ ແລະ ຫ້ອງວ່າການແຂວງ, ໃນນີ້ເອົາວຽກງານຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ, ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນກັບຄະນະຈັດຕັ້ງແຂວງ; ໂອນວຽກງານປົກຄອງ, ວຽກແຜນທີ, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນກັບຫ້ອງວ່າການແຂວງ ແລະ ອົງການອື່ນທີ່ເຫັນວ່າມີຄວາມສອດຄ່ອງ;
  6. ໂອນວຽກສື່ມ່ວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ, ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນຊື່ວ່າ: ພະແນກວັດທະນະທໍາ ແລະ ທ່ອງທ່ຽວ;
  7. ໂອນວຽກອົງການພັດທະນາ ແລະ ບໍລິຫານຕົວເມືອງ ອອກຈາກອົງການປົກຄອງແຂວງ ແລະ ມາເປັນອົງການທຽບເທົ່າທີ່ຂຶ້ນກັບແຂວງ;
  8. ສໍາລັບການປັບປຸງກົງຈັກຂັ້ນເມືອງ ແມ່ນມອບໃຫ້ຄະນະປັບປຸງກົງຈັກຂັ້ນແຂວງ ຊີ້ນໍາໃຫ້ຂັ້ນເມືອງເປັນເຈົ້າການສົມທົບກັບພະແນກການສາຍຕັ້ງຂັ້ນແຂວງ ໃນການປັບປຸງ.

 

  1. ພິຈາລະນາ, ຮັບຮອງເອົາ ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍ ການທົດແທນຄ່າເສຍຫາຍ ຈາກ

ໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງແລວທາງດ່ວນ ຊ່ວງຜ່ານເທດສະບານເມືອງໄຊ, ແຂວງອຸດົມໄຊ.

ການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ສຸດທີ່ມີຄວາມໝາຍສໍາຄັນ ເປັນກອງປະຊຸມສະໄໝວິສາມັນຄັ້ງທໍາອິດ. ເຖິງແມ່ນເວລາຈະສັ້ນພຽງ 1 ຕອນ ແຕ່ພວກເຮົາໄດ້ປະຕິບັດຕາມກົດໝາຍ. ພ້ອມນັ້ນ, ຄະນະເລຂາທິການສະພາປະຊາຊົນແຂວງ ຈະໄດ້ເປີດໂທລະສັບສາຍດ່ວນ(081 156 ໂດຍບໍ່ເສຍຄ່າ ຫຼື ຈະສົ່ງເປັນລາຍລັກອັກສອນມາທາງສະພາປະຊາຊົນແຂວງອຸດົມໄຊ ຕັ້ງຢູ່ບ້ານນາເລົາ, ເມືອງໄຊ, ແຂວງອຸດົມໄຊ ໃນໂມງລັດຖະການ) ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າມາຍັງກອງປະຊຸມ.

ໂອກາດທີມີຄວາມໝາຍສໍາຄັນນີ້, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຂໍເຊີນຊວນມາຍັງບັນດາທ່ານພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຜ່ານການອອກຂ່າວໃນສື່ຕ່າງໆ(ຈະບໍ່ໄດ້ຖ່າຍທອດສົດທາງວິທະຍຸ ແລະ ເຟດບຸກ ເພາະເປັນໄລຍະເວລາສັ້ນ).

ທ້າຍນີ້, ຂໍອວຍພອນໄຊອັນປະເສີດໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ (ຂໍຂອບໃຈ)!

ພາບ/ຂ່າວ: ສະພາປະຊາຊົນແຂວງ.