ຖະແຫຼງຂ່າວ ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II.

ສ.ຫ. 4, 2025

    ໃນຕອນເຊົ້າຂອງວັນທີ 4 ສິງຫາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄຳມ່ວນ ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ຫົວໜ້າກອງເລຂານຸການ ກອງປະຊຸມ ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນ ຂັ້ນແຂວງ ຖະແຫຼງຂ່າວ ເພື່ອແຈ້ງມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້-ນັກສຶກສາ, ປັນຍາຊົນ, ກໍາມະກອນ-ກະສິກອນ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄຳມ່ວນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊາບທົ່ວເຖິງກັນ ກ່ຽວກັບຜົນສໍາເລັດ ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ດັ່ງນີ້:
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນ ພຸດ ວັນທີ 30 ກໍລະກົດ 2025 ແລະ ອັດລົງໃນຕອນເຊົ້າ ຂອງວັນທີ 01 ສິງຫາ 2025 ຊຶ່ງໄດ້ດໍາເນີນເປັນເວລາ 2 ວັນເຄິ່ງ ຢູ່ທີ່ສະໂມສອນໃຫຍ່ 21 ມີນາ ຂອງແຂວງ ໂດຍພາຍໃຕ້ການນໍາພາຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຖືເປັນກຽດຢ່າງສູງ ທີ່ໄດ້ຂໍ່ານັບຮັບຕ້ອນ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດຊຸດທີ IX, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12, ມີບັນດາທ່ານການນຳພັກ-ລັດ, ການນໍາ ຜູ້ອາວຸໂສບໍານານ; ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນຂັ້ນແຂວງ; ມີບັນດາ ເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ອົງການທຽບເທົ່າ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ; ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດໄລຍະການດໍາເນີນກອງປະຊຸມ; ບັນດາທ່ານ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ສຸມທຸກເຫື່ອແຮງສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງຖີ່ຖວ້ນ ກົງໄປກົງມາ ຕໍ່ບັນດາເນື້ອໃນທີ່ໄດ້ນໍາມາ ພິຈາລະນາ ຢູ່ໃນກອງປະຊຸມ ດ້ວຍການປະສານງານ, ການເກັບກໍາ ແລະ ສະໜອງຂໍ້ມູນທີ່ດີ ຂອງອົງການລັດຂັ້ນແຂວງ ໂດຍສະເພາະແມ່ນອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດ ຂອງຕົນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງແຂວງ ຕາມພາລະບົດບາດ, ສິດ ແລະ ໜ້າທີຂອງສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງແຂວງ ໂດຍໄດ້ອອກເປັນ ມະຕິ ກອງປພຊຸມສະພາປະຊາຊົນຂັ້ນແຂວງ ຈໍານວນ 22 ສະບັບ ດັ່ງນີ້:
1) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຂັ້ນແຂວງ ຫົກເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂັ້ນແຂວງ ຫົກເດືອນທ້າຍປີ 2025;
2) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ປະຈຳ 6 ເດືອນຕົ້ນປີ ແລະ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ປະຈຳ 6 ເດືອນທ້າຍປີ 2025;
3) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021;
4) ມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຍົກລະດັບດ່ານສາກົນນາເພົ້າ, ດ່ານສາກົນຂົວມິດຕະພາບ 3 ແລະ ອົງການກາແດງປະຈຳແຂວງ ເປັນອົງການທຽບເທົ່າພະແນກການ ຂອງແຂວງ;
5) ມະຕິ ວ່າດ້ວຍການຮັບຮອງ ຊົນເຜົ່າບຣູ ຂອງແຂວງຄໍາມ່ວນ;
6) ມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັ້ນແຂວງ ໃນໄລຍະແຕ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຫາກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ແຜນການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັ ນເທື່ອທີ 9 ຫາກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II;
ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາການສະເໜີແຕ່ງຕັ້ງໂຄງປະກອບບຸກຄະລາກອນ ອົງການປົກຄອງແຂວງ-ອົງການປົກຄອງເມືອງ ແລະ ຮ່າງນິຕິກໍາໃຕ້ກົດໝາຍ ຂອງແຂວງ ດັ່ງນີ້:
1. ໄດ້ຮັບຮອງ ເອົາການສະເໜີແຕ່ງຕັ້ງ ໂຄງປະກອບບຸກຄະລາກອນ ຂອງອົງການປົກຄອງແຂວງ ຄື:
(1) ຮັບຮອງ ເອົາການແຕ່ງຕັ້ງ ທ່ານ ຄຳສິງ ໄຊສິດທິເດດ ເປັນຫົວໜ້າພະແນກ ການເງິນແຂວງ; ຮັບຮອງເອົາທ່ານ ເດດສັກດາ ມະນີຄຳ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ; (3) ຮັບຮອງເອົາທ່ານ ສົມວິໄຊ ວົງທິລາດ ເປັນຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງ ແລະ ຮັບຮອງເອົາທ່ານ ໝັ້ນຍືນ ຄິນສະໝອນ ເປັນປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ;
2. ຮັບຮອງເອົາການສະເໜີ ປະທານຄະນະກຳມະການປົກຄອງເມືອງ 10 ຕົວເມືອງ ພາຍໃນແຂວງ ຄື:
(1) ຮັບຮອງ ທ່ານ ສັກດາ ແກ້ວມະນີໄຊ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການປົກຄອງເມືອງທ່າແຂກ; (2) ຮັບຮອງ ທ່ານ ແສງຈັນ ຊາມຸນຕີ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງມະຫາໄຊ; (3) ຮັບຮອງ ທ່ານ ອຸທອນຖະຫວິນ ວໍລະຈັກ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະ ການປົກຄອງເມືອງໜອງບົກ; (4) ຮັບຮອງ ທ່ານ ນິກອນ ຄຸດມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການປົກ ຄອງເມືອງຫີນບູນ; (5) ຮັບຮອງ ທ່ານ ຄຸນສີ ແສງດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງຍົມມະລາດ; (6) ຮັບຮອງ ທ່ານ ຄູນໄຊ ໄພປັນຍາ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງບົວລະພາ; (7) ຮັບຮອງ ທ່ານ ສົມບັດ ປັນຍາສິດ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງນາກາຍ;(8)ຮັບຮອງ ທ່ານ ວິໄລ ພົມມະຈັກ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງເຊບັ້ງໄຟ; (9) ຮັບຮອງ ທ່ານ ບຸນທົງ ແກ້ວສີຍາ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະກຳມະການ ປົກຄອງເມືອງໄຊບົວທອງ ແລະ (10) ຮັບຮອງ ທ່ານ ພັທ ພົມມະລາ ຄານລາຫວັນ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານຄະນະ ກຳມະການປົກຄອງເມືອງຄູນຄໍາ.
3. ການຮັບຮອງ ຮ່າງນິຕິກໍາໃຕ້ກົດໝາຍ ຂອງແຂວງ
1) ຮັບຮອງເອົາການສ້າງຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການກໍານົດເຂດປອດຄວັນຢາສູບ;
2) ຮັບຮອງເອົາການສ້າງຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຈັດການແຂ່ງຂັນກິລາທົ່ວແຂວງຄໍາມ່ວນ;
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ຄັ້ງນີ້ຄຽງຄູ່ກັບການ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງທີ່ໄດ້ກ່າວມານັ້ນ, ໃນໄລຍະດໍາເນີນກອງປະຊຸມ ໄດ້ມີປະຊາຊົນ ສົ່ງຄໍາຄິດ, ຄໍາເຫັນ, ຄໍາສະເໜີ ຜ່ານໂທລະສັບສາຍດ່ວນ (051 156) ມາຍັງກອງປະຊຸມສະພາປະຊາຊົນຂັ້ນແຂວງ ຈໍານວນໜຶ່ງ ເຊິ່ງພົວພັນເຖິງການ ພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການ ພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນ ຂອງປະຊາຊົນ ທີ່ສົ່ງມານັ້ນ ສະພາປະຊາຊົນຂັ້ນແຂວງ, ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກໍາມະການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບ ອົງການລັດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອົງການປົກຄອງຂັ້ນແຂວງ-ຂັ້ນເມືອງ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ.
ອີກເທື່ອໜຶ່ງ ຕາງໜ້າຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາ ທ່ານທີ່ໄດ້ຕິດຕາມກາານດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ຄັ້ງນີ້.
ຂໍສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດ ຂອງກອງປະຊຸມຄັ້ງນີ້ ເປັນຕົ້ນ ກອງເລຂານຸການ, ອານຸກໍາມະການກອງປະຊຸມ ທີ່ເອົາໃຈໃສ່ ຮັບຜິດຊອບເນື້ອໃນ, ວຽກບໍລິຫານ-ພິທີການຮອບດ້ານ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ; ຂໍຂອບໃຈ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແພດໝໍ ທີ່ໄດ້ປະກອບສ່ວນ ເຮັດໃຫ້ກອງປະຊຸມ ມີຄວາມປອດໄພທຸກປະການ; ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ເອົາໃຈໃສ່ເຜີຍແຜ່ການດໍາເນີນກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໃຫ້ສັງຄົມໄດ້ເຂົ້າເຖິງ ແລະ ຕິດຕາມຢ່າງຕໍ່ເນື່ອງ, ທັນເວລາ ແລະ ຂໍສະແດງຄວາມຂອບໃຈຕໍ່ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ທີ່ປະກອບສ່ວນຄວາມພ້ອມ ໄຟຟ້າສຳຮອງ ສໍາລັບກອງປະຊຸມ.
(ຂໍຂອບໃຈ)