loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫຼງຂ່າວ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.

​ພ.ຈ. 28, 2023 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນທີ 27 ພະຈິກ 2023 ຢູ່ທີ່ສະຖານີວິທະຍຸ-ໂທລະພາບແຂວງ, ທ່ານ ນ. ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າໃຫ້ຄະນະສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຖະແຫຼງຂ່າວຕໍ່ສື່ມ່ວນຊົນຂອງແຂວງເຊິ່ງທ່ານໄດ້ກ່າວ: ຂ້າພະເຈົ້າມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາຍັງບັນດາທ່ານການນໍາພັກ-ລັດ, ພະນັກງານ, ທະຫານ-ຕຳຫຼວດ, ນັກຮຽນ, ນັກ ສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ ໄດ້ຮັບຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງນີ້:
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນ ອັງຄານ, ວັນທີ 31 ຕຸລາ 2023 ແລະ ໄດ້ດໍາເນີນມາເຖິງຕອນບ່າຍຂອງວັນ ອັງຄານ ວັນທີ 21 ພະຈິກ 2023 ເຊິ່ງໄດ້ໃຊ້ເວລາດໍາເນີນກອງປະຊຸມທັງໝົດ 16 ວັນ. ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ, ມີບັນດາທ່ານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ທັງ 18 ເຂດເລືອກຕັ້ງເຂົ້າຮ່ວມຢ່າງພ້ອມພຽງ; ໃນນີ້, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 4 ແຂວງອຸດົມໄຊເຂົ້າຮ່ວມ 7 ທ່ານຍິງ 1 ທ່ານ.
ເປັນກຽດເຂົ້າຮ່ວມກອງປະຊຸມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ; ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາທ່ານການນຳຂັ້ນສູງ, ອະດີດການນຳຂອງພັກ-ລັດ, ອາດີດສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ອົງການຈັດຕັ້ງພັກ-ລັດ, ທູດຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ດັ່ງນີ້:
I. ພາກຂອງລັດຖະບານ
1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງລັດຖະບານ;
2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານ, ແຜນເງິນຕາ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດ ແຜນການປະຈຳປີ 2023, ທິດທາງແຜນການປະຈໍາປີ 2024 ຂອງລັດຖະບານ;
3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີຜ່ານມາ (2021-2023);
4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ບົດສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 3 ປີ ຜ່ານມາ (2021-2023);
5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງບົດລາຍງານ ການປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈໍານວນ 3 ສະບັບ ຄື: ກົດໝາຍ ວ່າດ້ວຍ ການປ້ອງກັນຊາດ, ກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ;
II. ພາກຂອງອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ
1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງບົດລາຍງານ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດ ຜນການແປະຈໍາປີ 2023, ທິດທາງແຜນການປະຈໍາປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2021;
2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022;
3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ;
4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງບົດລາຍງານ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ;
III. ພາກຂອງສະພາແຫ່ງຊາດ
1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາແຫ່ງຊາດ;
2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາກົດໝາຍ ຈໍານວນ 7 ສະບັບ.
+ ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບຄື:
1. ກົດໝາຍ ວ່າດ້ວຍ ການຮັກສາສຸຂະພາບຂັ້ນຕົ້ນ.
+ ກົດໝາຍປັບປຸງ 6 ສະບັບຄື:
1. ກົດໝາຍ ວ່າດ້ວຍ ການປິ່ນປົວ;
2. ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ;
3. ກົດໝາຍ ວ່າດ້ວຍ ການບັນຊີ;
4. ກົດໝາຍ ວ່າດ້ວຍ ລະບົບການຊໍາລະ;
5. ກົດໝາຍ ວ່າດ້ວຍ ຜູ້ພິພາກສາ;
6. ກົດໝາຍ ວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ໃນການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະພາແຫ່ງຊາດ ໄດ້ສະເໜີໃຫ້ 20 ພາກສ່ວນ ຂຶ້ນຊີ້ແຈງຕໍ່ ຄໍາຊັກຖາມ ກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ເຊິ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີ: ທ່ານນາຍົກ ລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະ ຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສປປລາວ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ.
ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍຄືມະຕິຂອງຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຈັດຕັ້ງການປະເມີນ ດ້ວຍການໃຫ້ຄະແນນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ເຊິ່ງມີເປົ້າໝາຍທັງໝົດ 67 ທ່ານ, ຍິງ 13 ທ່ານ. ຜ່ານການປະເມີນໃຫ້ຄະແນນຄວາມໄວ້ວາງໃຈ ຈາກສະມາຊິກສະພາແຫ່ງຊາດ ບັນດາເປົ້າໝາຍຖືກປະເມີນ ລ້ວນແຕ່ໄດ້ຄະແນນໃນລະດັບດີ ເຊິ່ງໄດ້ຮັບຄະແນນ 8 ມີຈໍານວນ 27 ທ່ານ, ກວມເອົາ 40,3%, ໄດ້ຮັບຄະແນນ 7 ມີຈໍານວນ 39 ທ່ານ, ກວມເອົາ 58,2% ແລະ ໄດ້ຮັບຄະແນນ 6 ມີຈໍານວນ 1 ທ່ານ, ກວມເອົາ 1,5% ຂອງຜູ້ຖືກປະເມີນທັງໝົດ.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳ ເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫຼາຍກວ່າ 593 ສາຍ, ມີ 425 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ, ສິ່ງ ແວດລ້ອມ, ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວ ຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
ກອງປະຊຸມເທື່ອນີ້ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ລົງ ທະບຽນປະກອບຄໍາຄິດຄໍາເຫັນໃນວາລະກອງປະຊຸມທັງໝົດ 24 ຄັ້ງ, ໄດ້ປະກອບ 20 ຄັ້ງ, ບໍ່ໄດ້ປະ ກອບ 4 ຄັ້ງ; ນອກນີ້, ຍັງໄດ້ໃຫ້ສໍາພາດຕໍ່ລາຍການວິທະຍຸ, ໂທລະພາບຂອງລາຍງານຕ່າງໆ ຈໍານວນ 6 ຄັ້ງ.
ອີກເທື່ອໜຶ່ງ ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານການນໍາພັກ-ລັດ, ພະນັກງານ, ທະຫານ-ຕຳຫຼວດ, ນັກຮຽນນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ຊາວແຂວງອຸດົມໄຊ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແຕ່ຕົ້ນຕະຫຼອດປາຍ.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງ ໂທລະພາບ, ວິທະຍຸກະຈາຍສຽງ ແຂວງອຸດົມໄຊ ທີ່ໄດ້ອໍານວຍຄວາມສະດວກ ໃນການມາຖະແຫຼງຂ່າວ ແລະ ເຜີຍແຜ່ກ່ຽວກັບ ຜົນສໍາເລັດການດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.