ໃນວັນທີ 22 ພະຈິກ 2024 ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ໄດ້ແຫຼງຂ່າວກ່ຽວກັບຄວາມພ້ອມໃນການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ຜ່ານສື່ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດຂອງພວກເຮົາວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ໄຂຂຶ້ນໃນຕອນເຊົ້າວັນຄານ, ວັນທີ 24 ທັນວາ 2024 ແລະ ດໍາເນີນຮອດວັນສຸກ,ວັນທີ 27 ທັນວາ 2024 ເປັນເວລາ 04 ວັນ ທີ່ຫໍວັດທະນະທຳໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ຮັບຟັງການລາຍງານ ພ້ອມທັງພິຈາລະນາ, ຮັບຮອງເອົາບັນຫາສຳຄັນຂອງແຂວງ ດັ່ງນີ້:
ກ. ວຽກອົງການປົກຄອງແຂວງ
1. ຮັບຟັງການລາຍງານຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ;
2. ຮັບຟັງການລາຍງານ ຈາກທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ;
3. ຮັບຟັງການລາຍງານ ຈາກທ່ານຫົວໜ້າກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ.
ຂ. ວຽກອົງການກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງ
1. ຮັບຟັງການລາຍງານ ຈາກປະທານອົງການກວດສອບ ປະຈໍາພາກກາງ ກ່ຽວກັບ ການຈັດຕັ້ງປະຕິ ບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023;
2.ຮັບຟັງການລາຍງານ ຈາກປະທານອົງການກວດກາລັດແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ບົດລາຍງານ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2023.
ຄ. ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ
ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ພິຈາລະນາ, ຮັບຮອງ ເອົານິຕິກໍາໃຕ້ກົດໝາຍ ຈໍານວນ 03 ສະບັບຄື: ສ້າງໃໝ່ 01 ສະບັບ ແລະ ປັບປຸງ 02 ສະບັບ ດັ່ງນີ້:
1. ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງທີ່ດິນວັດທະນາທໍາ ພາຍໃນແຂວງສະຫວັນນະເຂດ (ສ້າງໃໝ່); (ພະແນກຖະແຫຼ່ງຂ່າວວັດທະນະທໍາ ແລະ ທ້ອງທ່ຽວແຂວງ);
2. ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການປະເມີນເຂດລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງສະຫວັນນະເຂດ (ປັບປຸງ). (ພະແນກຊັບພະນາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ);
3. ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ປັບປຸງ); (ພະແນກອຸດສະຫະກໍາ ແລະ ການຄ້າແຂວງ).
ງ. ວຽກອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ
1. ຮັບຟັງການລາຍງານ ຈາກຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025;
2. ຮັບຟັງການລາຍງານ ຈາກປະທານສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025.
ຈ. ວຽກສະພາປະຊາຊົນແຂວງ
1. ຮັບຟັງການລາຍງານ ຈາກຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ II;
2. ຮັບຟັງການປະກອບຄໍາເຫັນຈາກອົງການແນວລາວສ້າງຊາດແຂວງ ຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຂອງສະພາປະຊາຊົນແຂວງ ຊຸດທີ II.
ເພື່ອເປັນບ່ອນອີງໃຫ້ອົງການປົກຄອງແຂວງ ແລະ ພາກ ສ່ວນຕ່າງໆ ໃນການຈັດຕັ້ງປະຕິບັດກອງປະຊຸມເທື່ອນີ້ ຈະໄດ້ພິຈາລະນາ, ຮັບຮອງເອົາມະຕິກອງປະຊຸມ ລວມມີ 11 ສະບັບຕື່ມອີກ. ໂອກາດດັ່ງກ່າວ ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ຍັງໄດ້ເຊີນຊວນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້, ນັກສຶກສາປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ຄ້າຊາວຂາຍ, ພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງນີ້. ພ້ອມດຽວກັນນີ້ ໃນໄລຍະດຳເນີນກອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໂດຍບໍ່ເສຍຄ່າ ຕາມໝາຍເລກໂທລະສັບ 041 156 ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນໃນນາມຜູ້ມີສິດເລືອກຕັ້ງ ແລະ ພາກສ່ວນຕ່າງໆ ທີ່ຈະສົ່ງຄໍາສະເໜີໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ດັ່ງກ່າວ ໄປຍັງກອງປະຊຸມພາຍໃນໂມງລັດຖະການ.