ຖະແຫລງເປີດກອງປະຊຸມວິສາມັນຄັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

ມ.ຖ. 28, 2025 | ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າວັນທີ 28 ມິຖຸນາ 2025 ທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ຖະແຫລງການເປີດກອງປະຊຸມສະໄໝວິສາມັນຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ເຊິ່ງກອງປະຊຸມສະໄໝວິສາມັນ ຄັ້ງທີ່ 4ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II ຈະໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງ ຂອງວັນທີ 30 ມິຖຸນາ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ຈະໄດ້ດໍາເນີນເປັນເວລາ 1 ຕອນແລງ

ກອງປະຊຸມສະໄໝວິສາມັນ ຄັ້ງທີ4 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງທ້ອງຖິ່ນຄື: ພິຈາລະນາ, ຮັບຮອງເອົາ ກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ແລະ ພິຈາລະນາ, ຮັບຮອງ ເອົາບຸກຄະລາກອນ ຂອງອົງການປົກຄອງແຂວງຫຼວງນ້ຳທາ.

ໃນນາມຄະນະປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ຂໍເຊີນຊວນມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງຫຼວງນໍ້າທາ ຈົ່ງໃກ້ຊິດຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ຄັ້ງນີ້.

                                                                                                                                                                                              ນາງ ວັນນີ ແຝງບົວວັນ