ຖະແຫລງຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ່ 9 ຂອງສະພາປະຊາຊົນແຂວງຫລວງນ້ຳທາ

​ກ.ກ. 24, 2025 | ເຂດ 3 ຫຼວງນ້ຳ​ທາ

ໃນວັນທີ 23 ກໍລະກົດ 2024 ທີ່ສະໂມສອນຂອງແຂວງຫລວງນ້ຳທາ ທ່ານຈັນຖະສຸລິນ ໝັ້ນປະດິດ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໄດ້ຖະແຫລງຜົນສຳເລັດຂອງ ກອງປະຊຸມສະໄໝສາມັນ ເທື່ອທີ່ 9 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 22 ກໍລະກົດ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ອັດລົງຢ່າງເປັນທາງການດ້ວຍຜົນສຳເລັດອັນຈົບງາມ ໃນຕອນເເລງວັນທີ 23 ກໍລະກົດ 2025 ເຊິ່ງໄດ້ດຳເນີນເປັນເວລາ 2 ວັນເຕັມ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງໃນຄັ້ງນີ້ ໄດ້ຮັບຟັງ ແລະ ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຂອງແຂວງ ດັ່ງນີ້:ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາຫົກເດືອນຕົ້ນປີ ແລະ ແຜນການຫົກເດືອນທ້າຍປີ 2025 ຂອງແຂວງ ແລະ ແຜນດັດແກ້ງົບປະມານປະຈໍາປີ 2025 ຂອງແຂວງ; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດຄໍາຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ; ໄດ້ພິຈາລະນາ, ຮັບຮອງເອົາ ບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງ ພາຍໃນເທດສະບານ ແລະ ບັນດາຕົວເມືອງຂອວງແຂວງຫຼວງນໍ້າທາ; ການກໍານົດເຂດປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ແຂວງ; ໄດ້ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະ ຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10  ຂອງສະພາປະຊາຊົນແຂວງ.

ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ໄດ້ສະແດງຂອບໃຈມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງຫຼວງນໍ້າທາ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ແລະ ສະແດງຄວາມຊົມເຊີຍມາຍັງໂຄສະນາອົມຮົມແຂວງ; ໂທລະພາບແຫ່ງຊາດ; ໂທລະພາບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສື່ສິ່ງພິມທຸກປະເພດທັງພາກລັດ ແລະ ເອກະຊົນ ທີ່ໄດ້ເອົາໃຈໃສ່ຕິດຕາມ, ເກັບກໍາ ແລະ ເຜີຍແຜ່ຂ່າວສານຢ່າງທັນການ ໃຫ້ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງກັນ.