ຕອນເຊົ້າວັນທີ 1 ເມສາ 2026 ທ່ານ ວຽງໄຊ ສັກລໍາດວນ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ແມ່ນຈະໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 2-3 ເມສາ 2026 ກອງປະຊຸມ ຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນ ແລະ ກາຍເປັນເຫດການ ການເມືອງ ທີ່ຈັດຕັ້ງປະຕິບັດພາລະບົດບາດ ຕາມລັດຖະທໍາມະນູນ, ກົດໝາຍກໍານົດ ແລະ ຈະໄດ້ພິຈາລະນາ, ຮັບຮອງບັນຫາສໍາຄັນພື້ນຖານຂອງແຂວງດັ່ງນີ້:
- ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບບຜົນຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
- ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ປະທານສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ IV;
- ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ຊຸດທີ V ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນແຂວງຊຸດທີ V, ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ; ການສະເໜີແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກ ຄອງແຂວງ;
- ພິຈາລະນາ, ຮັບບຮອງເອົາການສະເໜີແຕ່ງຕັ້ງ ປະທານອົງການກວດກາລັດຂັ້ນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ ຕາມການສະ ເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ;
- ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດຂັ້ນແຂວງ ແລະ ອົງການກວດສອບ ປະຈຳພາກເໜືອ-2;
- ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງອົງ ການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;
- ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງ ນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ.
ກອງປະຊຸມຄັ້ງປະຖົມມະລືກ ຄັ້ງນີ້ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາ ປະທານສະພາປະຊາຊົນແຂວງ ຊຸດທີ V ທີ່ເປັນອົງການອໍານາດລັດສູງສຸດຂັ້ນທ້ອງຖິ່ນ ເພື່ອແບກຮາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ-ລັດ ກໍຄືປະຊາຊົນມອບໝາຍໃຫ້,
ພ້ອມດຽວກັນ ທ່ານ ຍັງແຈ້ງໃຫ້ຊາບວ່າ: ຊ່ວງດຳເນີນກອງປະຊຸມນີ້ ເພື່ອຮັບເອົາຄໍາເຫັນ ຄໍາສະເໜີ ຈາກປະຊາຊົນ ແມ່ນສາມາດ ສົ່ງເປັນລາຍລັກອັກສອນ ໂດຍຜ່ານກອງເລຂາກອງປະຊຸມ.
