(ສພຊ) – ວັນທີ 11 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຖອດຖອນບົດຮຽນກ່ຽວກັບການສ້າງຕັ້ງຫ້ອງມູນເຊື້ອ ລະຫວ່າງກົມສື່ມວນຊົນ, ຄະນະເລຂາທິການສະພາແຫ່ງຊາດ ກັບ ຫ້ອງການກະຊວງຍຸຕິທໍາ ໂດຍມີທ່ານ ປອ. ພິດສະໄໝ ບຸນວິໄລ ຫົວໜ້າກົມສື່ມວນຊົນ, ທ່ານ ນາງ ດວງດອກໄມ້ ພະກະຊຸມ ຮອງຫົວໜ້າຫ້ອງການກະຊວງຍຸຕິທໍາ, ບັນດາຄະນະກົມ ແລະ ຄະນະພະແນກຂອງສອງພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງກ່ຽວກັບການສ້າງຕັ້ງຫ້ອງມູນເຊື້ອໃນໄລຍະກະກຽມຈົນຮອດປັດຈຸບັນ ເປັນຕົ້ນ: ການແຕ່ງຕັ້ງຄະນະທີ່ປຶກສາ, ໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນ, ການຊອກຫາງົບປະມານ, ການເກັບກຳຂໍ້ມູນ, ການຂຽນບົດປະຫວັດສາດ, ການຂຽນບົດບັນລະຍາຍ ແລະ ການອອກແບບໜ້າພຽງ ຈົນເຖິງການຂໍຄວາມຮ່ວມມືກັບລູກຫຼານອະດີດການນໍາເພື່ອຂໍຂໍ້ມູນຮູບພາບ ແລະ ວັດຖຸພັນຂອງຫ້ອງມູນເຊື້ອ ແລະ ປະຫວັດສາດສະພາແຫ່ງຊາດ; ຈາກນັ້ນ, ໄດ້ມີການແລກປ່ຽນ, ຖອດຖອນບົດຮຽນແຕ່ລະບັນຫາທີ່ມີຄວາມສົນໃຈ ແລະ ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງ.
(ສອນສັກ ວັນວິໄຊ)