(ສພຊ) – ກອງປະຊຸມກ່ຽວກັບກົນໄກປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງໃນການສ້າງ ແລະ ປັບປຸງກົດໝາຍ ໄດ້ຈັດຂຶ້ນໃນວັນທີ 16-17 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ບັນດາທ່ານຮອງປະທານກຳມາທິການກົດໝາຍ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາທ່ານທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍພະນັກງານທີ່ເປັນເສນາທິການໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນວຽກງານສ້າງ ແລະ ປັບປຸງກົດໝາຍຂອງແຕ່ລະພາກສ່ວນ ແລະ ການປະສານງານເຊິ່ງກັນແລະກັນໃຫ້ມີຄວາມຄ່ອງຕົວ ແນໃສ່ເຮັດໃຫ້ວຽກງານສ້າງ ແລະ ປັບປຸງກົດໝາຍ ມີປະສິດທິພາບ ແລະ ປະສິດທິຜົນ ຮັບປະກັນການປະຕິບັດພາລະບົດບາດເປັນເສນາທິການໃນວຽກງານສ້າງ ແລະ ປັບປຸງກົດໝາຍໃນຕໍ່ໜ້າ; ແລກປ່ຽນຄຳເຫັນ, ສົນທະນາເຊິ່ງກັນແລະກັນ ເພື່ອຊອກຫາວິທີແກ້ໄຂບັນຫາທີ່ເປັນຂໍ້ຄົງຄ້າງ, ຈຸດອ່ອນຕ່າງໆ ເພື່ອສ້າງຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ທັງເປັນການບຳລຸງຍົກລະດັບໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມຮູ້ເລິກເຊິ່ງຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບກົນໄກການສ້າງນິຕິກຳຂອງປະເທດຟີລິບປິນ, ກົນໄກການກວດກາຄວາມສອດຄ່ອງທາງດ້ານກົດໝາຍ, ກົນໄກການເປັນເສນາທິການໃຫ້ແກ່ລັດຖະບານໃນການພິຈາລະນາຮັບຮອງເອົາຮ່າງກົດໝາຍ, ກົນໄກການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ, ກົນໄກການເປັນເສນາທິການໃຫ້ແກ່ປະທານປະເທດໃນການປະກາດໃຊ້ກົດໝາຍ; ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງ ຈິງຈັງ ເຮັດໃຫ້ກອງປະຊຸມຄັ້ງນີ້ ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.

(ກົງທະນູຄຳ ພິພັດເສລີ)