ຖອດ​ຖອນ​ບົດ​ຮຽນການປະກອບຄໍາເຫັນຂອງ ສນຊ ໃນການຕິດຕາມກວດກາການ​ເຄື່ອນ​ໄຫວ​​ຂອງ​​ ສພຊ

ກ.ຍ. 24, 2025

(ສພຊ) – ວັນທີ 23 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຖອດ​ຖອນ​ບົດ​ຮຽນກ່ຽວ​ກັບການກະກຽມບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ຕາງໜ້າອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ໃນການຕິດຕາມກວດກາການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​​ສະ​ພາ​ແຫ່ງ​ຊາດໃນ​ໄລ​ຍະ​ຜ່ານ​ມາ ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ, ມີບັນດາທ່ານຮອງປະທານ​ກໍາມາທິການບັນດາເຜົ່າ, ຮອງປະທານຄະ​ນະ​ປະ​ຈຳ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ), ອະດີດຮອງປະທານສູນກາງແນວລາວສ້າງຊາດ, ຮອງປະ ທານສະ​ຫະ​ພັນ​ນັກ​ຮົບ​ເກົ່າ​​ລາວ, ຮອງປະທານສູນ​ກາງ​ສະ​ຫະ​ພັນ​ແມ່ຍິງລາວ, ຮອງເລຂາຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ພ້ອມ​ດ້ວຍຄະ​ນະ​ກົມ ແລະ ພະນັກງານທີ່​ກ່ຽວ​ຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທັງນີ້, ເພື່ອທົບ​ທວນ​ຄືນ​ຜົນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ ແລະ ​ໜ້າທີ່ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ໝາຍທີ່​ກ່ຽວ​ຂ້ອງ ໃນ​ການ​ຕິດ​ຕາມກວດ​ກາການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ສະ​ພາ​ແຫ່ງ​ຊາດໄລ​ຍະ​ຜ່ານ​ມາ; ​ຍົກ​ສູງຄຸ​ນ​ນະ​ພາບ​​ການ​ຕິດ​ຕາມກວດ​ກາການ​ເຄື່ອນ​ໄຫວ​ວຽກ​ງານຂອງ ສພຊ ແລະ ເນື້ອ​ໃນບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ອົງ​ການ​ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ພາ​ຄີ ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​​ປະ​ຈຳແຕ່​ລະປີຂອງ​ສະ​ພາ​ແຫ່ງ​ຊາດໃນ​ຕໍ່​ໜ້າ ແລະ ​ຍົກ​ສູງ​ຄຸ​ນ​ນະ​ພາບ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕາມ 3 ພາ​ລະ​ບົດ​ບາດຂອງ​ ສພຊ.
ກອງປະຊຸມໄດ້ຮັບຟັງການສະເໜີບົດລາຍງານການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໄລຍະຜ່ານມາ, ບົດຕີລາຄາ (ໂດຍຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ) ຄຸນນະພາບໃນການຮ່າງບົດປະກອບຄໍາເຫັນຂອງອົງການແນວລາວສ້າງຊາດ ຕາງໜ້າອົງການຈັດຕັ້ງມະຫາຊົນ ໃນການຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດໄລຍະຜ່ານມາ ແລະ ຕີລາຄາການມີສ່ວນຮ່ວມໃນການຮ່າງບົດປະກອບຄໍາເຫັນກ່ຽວກັບຜົນຂອງການຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ ທີ່ສູນກາງແນວລາວສ້າງຊາດ ຕາງໜ້າອົງການຈັດຕັ້ງມະຫາຊົນ ສະເໜີຕໍ່ກອງປະຊຸມສະໄໝສາມັນທ້າຍປີຂອງສະພາແຫ່ງຊາດໄລຍະຜ່ານມາ.
(ສອນສັກ ວັນວິໄຊ)