
ໃນຕອນເຊົ້າຂອງວັນທີ 7 ຕຸລາ 2025 ນີ້, ຢູ່ທີ່ວັດປ່າຜາໂອ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຄະນະກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ໄດ້ລົງໄປຖວາຍວັດຖຸປັດໃຈ ເປັນຕົ້ນ ປຶ້ມຕຳລາພຣະໄຕຼປິດົກ, ຕູ້ເກັບປຶ້ມຕຳລາພຣະໄຕຼປິດົກ, ເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ເຊິ່ງນຳໂດຍ ທ່ານ ດຣ ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະພັນລະຍາ ຂອງການນຳຂັ້ນສູງສະພາແຫ່ງຊາດ ແລະ ການນຳແຂວງ ເຊິ່ງປະກອບມີຄອບຄົວ ທ່ານ ປອ ໄຊສົມພອນ ພົມວິຫານ, ຄອບຄົວ ທ່ານ ສຈ. ປອ ຈະເລີນ ເຢຍປາວເຮີ່, ຄອບຄົວ ທ່ານ ສົມມາດ ພົລເສນາ, ຄອບຄົວ ທ່ານ ພົທ ສຸວອນ ເລືອງບຸນມີ, ຄອບຄົວ ທ່ານ ນາງ ອິນທະຣົງຈິດ ແສງສະຫວັນ, ຄອບຄົວ ທ່ານ ນາງແສງເດືອນ ອ່າງຄໍາ, ຄອບຄົວ ທ່ານ ໄພບຸນ ພົງສະຫວັນ ແລະ ຕະຫຼອດຮອດຊາວພຸດຜູ້ມີຈິດໃຈເຫຼືອມໃສ່ທັດສາທາງພຸດສາສະໜາດເຂົ້າຮ່ວມ ເຊິ່ງວັດຖຸປັດໃຈທີ່ນຳມາຖວາຍໃນຄັ້ງນີ້ລວມມູນຄ່າ 211,000,000ກວ່າກີບ (ສອຍຮ້ອຍສິບເອັດລ້ານກວ່າກີບ)
ຂ່າວ ແລະ ພາບ: ວິລິຍະ ວັນນະສີ


