ໃນວັນທີ 06 ຕຸລາ 2022 ນີ້ ທີ່ຫ້ອງວ່າການແຂວງເຊກອງ ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ-ແຂວງເຊກອງ ໄດ້ໃຫ້ກຽດຕ້ອນຮັບທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ເຊິ່ງທ່ານ ໄດ້ກ່າວຕ້ອນຮັບ ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມ ແລະ ຈຸດພິເສດຂອງແຂວງ ເຊກອງ ໂດຍສະເພາະດ້ານພື້ນຖານໂຄງລ່າງ ແລະ ທ່າແຮງດ້ານຕ່າງໆໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ທ່ານ ນາງ ວັນດີ ບຸດທະສະວົງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ຮອງເລຂາພັກແຂວງ ເຊກອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍຈຸດປະສົງໃນການມາເຮັດວຽກຢູ່ແຂວງ ເຊກອງ ໃນຄັ້ງນີ້ ກໍເພື່ອເປັນການຕິດຕາມສະຖານທີ່ໃນການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມຮ່ວມລະຫວ່າງສະພາແຫ່ງຊາດ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ I ທີ່ຈະຈັດຂຶ້ນຢູ່ 3 ແຂວງ ພາກໃຕ້ຂອງລາວຄື: ແຂວງ ຈໍາປາສັກ, ເຊກອງ ແລະ ອັດຕະປື.


#ໂດຍ:ນາລີວັນ.