


ຕອນເຊົ້າຂອງວັນທີ 13 ມິຖຸນາ 2022 ນີ້, ຄະນະປະຈໍາ ສພຂ, ຄະນະເລຂາທິ ການ ສພຂ ແລະ ພະນັກງານ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຕິດຕາມການດໍາກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX(ຜ່ານສື່ອອນລາຍ).



ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ; ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ; ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີບັນດາທ່ານຜູ້ນໍາຂັ້ນສູງ, ອະດີດຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນ ດາທ່ານສະມາຊິກລັດຖະບານ, ຜູ້ຕາງຫນ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນ ວຸດທິ, ສະຖາບັນການສຶກສາ, ຫົວຫນ່ວຍທຸລະກິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.



ແຫຼງຂໍ້ມູນ: ສພຊ.
ພາບ/ຂ່າວ: ແສງພອນ ອິນນະລົງ.