
ວັນທີ 3-4 ເມສາ 2025 ຜ່ານມານີ້, ສະພາປະຊາ ຊົນແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ໂຄງການກໍ່ສ້າງເສັ້ນທາງຢູ່ເມືອງຮຸນ, ນໍາໂດຍທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ ພ້ອມດ້ວຍຄະນະທິມງານ ແລະ ມີຮອງເຈົ້າເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ການເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານຮອງເຈົ້າເມືອງ, ບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງ ຕາມຄໍາຖາມເຈາະຈີ້ມຂອງປະທານຄື: ການຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງເສັ້ນທາງຢູ່ເມືອງຮຸນ, ການຄຸ້ມຄອງ ແລະ ການກໍ່ສ້າງມີຄວາມຄືບໜ້າແນວໃດ ເປັນຕົ້ນແມ່ນ: ໂຄງການປັບປຸງຕັດຜັງບ້ານດູ່(ກອນລາງ) ກຸ່ມບ້ານນາຊຽງດີ; ໂຄງການນກໍ່ສ້າງເສັ້ນທາງແຕ່ບ້ານດອນແກ້ວ ຫາ ສູນບໍາບັດຢາເສບຕິດ ເມືອງຮຸນ; ໂຄງການສ້ອມແປງ, ຍົກລະດັບ, ອັດແໜ້ນ ແລະ ປັບປຸງເສັ້ນທາງຜັງບ້ານສາມສ້າງ ສີບຸນເຮືອງ; ໂຄງການ SEARECC ກໍ່ສ້າງເສັ້ນທາງເລກທີ 1867 ແຕ່ເມືອງຮຸນ ແຂວງອຸດົມໄຊ ຫາ ເມືອງນາແລ ແຂວງຫຼວງນໍ້າທາ ລວງຍາວ 40 ກິໂລແມັດ ແລະ ການຄຸ້ມຄອງຜົນກະທົບດ້ານສິ່ງແວດລ້ອມ, ການຊົດເຊີຍຜົນກະທົບຈາກບັນດາໂຄງການກໍ່ສ້າງ, ຂອດການປະສານງານລະຫວ່າງຂັ້ນເມືອງ, ຂັ້ນແຂວງ ແລະ ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງ ມີຂໍ້ສະດວກ ແລະ ຫຍຸ້ງຍາກມີຄືແນວໃດ?




ຫລັງຈາກນັ້ນ, ໄດ້ມີການປະກອບຄໍາຄິດຄໍາເຫັນປຶກສາຫາລືກັນ, ຊອກຫາວິທີທາງແກ້ໄຂບາງບັນຫາທີ່ເກີດຂຶ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ພ້ອມກັນນັ້ນ, ບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ລົງຕິດຕາມພື້ນທີ່ຕົວຈິງ, ໄດ້ປຶກສາຫາລື ແລະ ໄດ້ຮັບຟັງການລາຍງານເພີ່ມເຕີ່ມຈາກຜູ້ຕາງໜ້າ ບໍລິສັດ ຮັບເໝົາກໍ່ສ້າງເສັ້ນທາງ ວ່າມີຂໍ້ສະດວກ-ຫຍຸ້ງຍາກ ຄືແນວໃດ ແລະ ມີຂໍ້ສະເໜີຕໍ່ທາງອົງການກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນແຂວງ ຄືແນວໃດ ຕື່ມອີກ.







ຜູ່ໃຫ້ທຶນ: ມູນນິທິເອເຊຍ(TAF)
ພາບ/ຂ່າວ: ສະພາປະຊາຊົນແຂວງ.