ຕິດຕາມກວດກາ ໂຄງການກໍ່ສ້າງເສັ້ນທາງ ຢູ່ເມືອງແບງ.

ມ.ສ. 7, 2025 | ເຂດ 4 ອຸດົມໄຊ

ວັນທີ 1-2 ເມສາ 2025 ນີ້, ສະພາປະຊາຊົນແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ໂຄງການກໍ່ສ້າງເສັ້ນທາງຢູ່ເມືອງແບງ, ເຊິ່ງນໍາໂດຍທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທິມງານ ແລະ ມີຮອງເຈົ້າເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.
 ການເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານຮອງເຈົ້າເມືອງ, ບັນດາຫົວໜ້າຫ້ອງການທີ່ກ່ຽວຂ້ອງ ຕາມຄໍາຖາມເຈາະຈີ້ມຂອງປະທານຄື: ການຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງເສັ້ນທາງຢູ່ເມືອງແບງ ເປັນຕົ້ນແມ່ນ: ໂຄງການນກໍ່ສ້າງເສັ້ນທາງແຕ່ບ້ານຂ້ອນເມືອງແບງ, ແຂວງອຸດົມໄຊ ຫາ ເຂດແດນເມືອງນາແລ, ແຂວງຫຼວງນໍ້າທາ; ໂຄງການເປີດກວ້າງ ແລະ ກໍ່ຮ່ອງລະບາຍນໍ້າຂ້າງທາງ ເສັ້ນທາງເທດສະານເມືອງແບງ, ລວງຍາວ 1.4 ກິໂລແມັດ; ໂຄງການຟື້ນຟູສ້ອມແປງທາງຫຼວງທ້ອງຖິ່ນຈໍານວນ 2 ເສັ້ນ ລວງຍາວ 18.5 ກິໂລແມັດ; ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານທ່າກາດ ຫາ ບ້ານຂ້ອນ; ການຄຸ້ມຄອງຜົນກະທົບດ້ານສິ່ງແວດລ້ອມ, ການຊົດເຊີຍຜົນກະທົບຈາກບັນດາໂຄງການກໍ່ສ້າງ, ຂອດການປະສານງານລະຫວ່າງຂັ້ນເມືອງ, ຂັ້ນແຂວງ ແລະ ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງ ມີຂໍ້ສະດວກ ແລະ ຫຍຸ້ງຍາກມີຄືແນວໃດ?
ຫລັງຈາກນັ້ນ, ໄດ້ມີການປະກອບຄໍາຄິດຄໍາເຫັນປຶກສາຫາລືກັນ, ຊອກຫາວິທີທາງແກ້ໄຂບາງບັນຫາທີ່ເກີດຂຶ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
   
ພ້ອມກັນນັ້ນ, ບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ລົງຕິດຕາມພື້ນທີ່ຕົວຈິງຕື່ມອີກ.
  
     ພາບ/ຂ່າວ: ສະພາປະຊາຊົນແຂວງ.