
ວັນສຸກ, ວັນທີ 13 ພຶດສະພາ 2022 ທີ່ຜ່ານມາ, ຢູ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ທ່ານ ທອງຄານ ວັດສະດາກອນ ກໍາມະການປະຈຳ ສພຂ, ປະທານຄະນະກໍາມະການ ຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທິມງານ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກໍາຂໍ້ມູນ ຢູ່ອົງການໄອຍະການປະຊາຊົນແຂວງ, ມີທ່ານ ບຸນທ່ຽງ ວິໄລວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ພະນັກງານຂະແໜງ ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກໍາຂໍ້ມູນຄັ້ງນີ້ແມ່ນປະຕິບັດຕາມແຈ້ງການ ຂອງ ຄະນະເລຂາທິການສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງການທາບທາມຮ່າງກົດໝາຍ 5 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອຕິດຕາມການຈັດຕັ້ງຜັນຂະຫຍາຍມະຕິສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັງຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023.

ທ່ານ ບຸນທ່ຽງ ວິໄລວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບເອກະສານທີ່ທາງຂັ້ນເທິງສົ່ງໃຫ້ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ກໍ່ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມໃຫ້ ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບການປະຕິບັດໜ້າທີ່ວຽກງານ, ກ່ຽວກັບການດຳເນີນຄະດີກ່ຽວກັບບັນຫາຢາເສບຕິດເປັນຕົ້ນແມ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 020/ອອປສ, ລົງວັນທີ 01 ທັນວາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ວຽກງານໄອຍະການ ແລະ ເອກະສານສຳຄັນຕ່າງໆອີກຈໍານວນໜຶ່ງ.




ຫຼັງຈາກນັ້ນຄະນະທິມງານ ໄດ້ປະກອບຄຳຄິດຄຳເຫັນ ແລະ ໄດ້ຖາມເຈາະຈີ້ມຕໍ່ບາງບັນຫາ ທີ່ເຫັນວ່າການຈັດຕັ້ງປະຕິບັດວຽກງານຜ່ານມາພົບຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ເນື່ອງຈາກສາເຫດອັນໃດ, ຈະຊ່ວຍກັນຊຸກຍູ້ພາກ ສ່ວນກ່ຽວຂ້ອງແກ້ໄຂ ແລະ ມີທິດທາງແຜນການແກ້ໄຂແນວໃດໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານດັ່ງກ່າວດີຂຶ້ນກວ່າເກົ່າ.

ພາບ-ຂ່າວ: ແສງພອນ ອິນນະລົງ.