ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດລາວທຽນຊື​.

ມ.ຖ. 5, 2025 | ເຂດ 17 ອັດ​ຕະ​ປື

ສະມາຊິກສະພາແຫງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດລາວທຽນຊື ພັດທະນາອຸດສະຫະກໍາມັນຕົ້ນ ຈໍາກັດຜູ້ດ່ຽວ ຢູ່ບ້ານໜອງຫີນ ເມືອງສາໜາມໄຊ ໃນວັນທີ 3 ມີນາ 2025, ໂດຍມີທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17, ຮອງປະທານສະພາປະຊາຊົນແຂວງ, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ,ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ສະພາແຫ່ງຊາດ, ສສຊ ປະຈໍາເຂດເລືອກຕັ້ງທີ 17,  ພ້ອມຄະນະ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງສະໜາມໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໂດຍມີຜູ້ຕາງໜ້າບໍລິສັດໃຫ້ການຕ້ອນຮັບ.

ໂອກາດນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດການດໍາເນີນໂຄງການໃນໄລຍະຜ່ານມາ, ໜ້າວຽກປະຈຸບັນ ແລະ ທິທາງແຜນການໃນຕໍ່ໜ້າ ພ້ອມທັງສົນທະນາແລກປ່ຽນກ່ຽວກັບບາງບັນຫາທີ່ມີຄວາມສົນໃຈ ໂດຍສະເພາະ ບັນຫາເລື່ອງທີ່ດີນ, ການມີສ່ວນຮ່ວມໃນການພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ໂດຍຊອກໃຫ້ໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ, ຮັບປະກັນໃຫ້ໂຄງການດໍາເນີນໄປດ້ວຍຄວາມຖືກຕ້ອງ ຕາມຂັ້ນຕອນ​ ຕາມການອະນຸຍາດຂອງລັດຖະບານ ບົນພື້ນຖານລະບຽບກົດໝາຍ, ຮັກສາສິດຜົນປະໂຫຍດພາກລັດ, ໂຄງການ ແລະ ປະຊາຊົນ ໃຫ້ສົມເຫດ, ສົມຜົນ.

ສສຊ​ ປະຈໍາເຂດເລືອກຕັ້ງທີ 17 ກໍໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ ຄຽງຄູ່ກັນນີ້ສະເໜີໃຫ້ບັນດາບໍລິສັດ  ເອົາໃຈໃສ່ຕິດຕາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນເຂດພັດທະນາໂຄງການ ໂດຍສົ່ງເສີມດ້ານການຜະລິດກະສິກໍາ,​ ພັດທະນາປັບປຸງພື້ນຖານໂຄ່ງລ່າງ ທີ່ເປັນທ່າແຮງຂອງທ້ອງຖິ່ນ ແລະ ອາຊີບອື່ນໆ ເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ ທີ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຊ່ວຍເປັນທ່າແຮງໃນການພັດທະນາທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາປ່າໄມ້, ເຂດນໍ້າແດນດິນ, ຟື້ນຟູປ່າ ແລະ ປູກປ່າທົດແທນຄືນ.

(ວິນັດ ສີສຸລາດ)