
ເພື່ອເປັນການຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ເຂົ້າເຖິງ ແລະ ກໍາໄດ້ສະພາບບັນຫາພົ້ນເດັ່ນຂອງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຊອກຫາວິທີທາງແກ້ໄຂໃນຕໍ່ໜ້າຮ່ວມກັນ ແລະ ເພື່ອເປັນຂໍ້ມູນ ໃຫ້ແກ່ການລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ.

ວັນທີ 21 ພະຈິກ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມຕິດຕາມກວດກາ ການສະຫລຸບຜົນການເຄື່ອນໄຫວຈັດຕັ້ງປະຕິບັດ 2 ວ່າລະແຫ່ງຊາດ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳເຜີຍ ງອນວັນຄຳ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ພະແນກການ, ອົງການ, ຕາງຫນ້າ 2 ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບ ແລະ ຂະແຫນງການກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມ, ໄດ້ຮັບຟັງການລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນພະແນກການເງິນ ກ່ຽວກັບການສ້າງຄວາມເຂັ້ມແຂງໃນການຈັດເກັບລາຍຮັບເຂົ້າງົບປະມານ ດ້ວຍການອັດຊ່ອງຫວ່າງຮົ່ວໄຫລຂອງລາຍຮັບ, ການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ການປະຢັດມັດທະຢັດ ແລະ ຕ້ານການຟຸມເຟື່ອຍ, ການປະຢັດລາຍຈ່າຍງົບປະມານ; ພະແນກແຜນການ ແລະ ການລົງທຶນ ກ່ຽວກັບການດຶງດູດ ແລະ ການຄຸ້ມຄອງໂຄງການລົງທຶນທັງພາກລັດ ແລະ ເອກະຊົນ; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດສັນ ແລະ ຈັດເກັບລາຍຮັບພາສີທີ່ດິນ; ຮັບຟັງການລາຍງານຜົນການເຄື່ອນໄຫວ ຈັດຕັ້ງປະຕິບັດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ພະແນກຍຸຕິທຳ.
ປະທານກອງປະຊຸມ ຍັງໄດ້ເຈາະຈີ້ມຕໍ່ກັບບາງບັນຫາເປັນຕົ້ນແມ່ນ ຜົນການແກ້ໄຂບັນຫາຢາເສບຕິດແຕ່ປີ 2021–2023, ການຄຸ້ມຄອງຜູ້ຖືກຫາ, ນັກໂທດ ແລະ ຜູ້ຖືກດັດສ້າງ, ການປະຕິບັດກອງທຶນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນຂົງເຂດວຽກງານໄອຍະການ, ສານປະຊາຊົນ ແລະ ພະແນກຍຸຕິທໍາ, ການຕິດຕາມ, ກວດກາ,ການເຄົາລົບ ແລະ ປະຕິບັດກົດຫມາຍ, ຄ້າຍຄຸມຂັງ-ດັດສ້າງ, ສູນບໍາບັດ ແລະ ສະຖານທີ່ກັກຂັງ, ການປະຕິບັດຄໍາສັ່ງຂອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ການນຳເອົາຄະດີຢາເສບຕິດມາພິຈາລະນາ ແລະ ຕັດສິນ, ການປະຕິບັດຄຳຕັດສິນຂອງສານ ແລະ ບັນຫາອື່ນໆ.


ຫຼັງຈາກນັ້ນ, ກອງປະຊຸມ ໄດ້ມີຄໍາຄິດຄໍາເຫັນ, ປຶກສາຫາລືເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາມາ, ພ້ອມທັງຮັບຟັງ ການຂຶ້ນອະທິບາຍ ແລະ ຊີ້ແຈ້ງ ຈາກຂະແຫນງການກ່ຽວຂ້ອງ ໂດຍແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍທີ່ກຳນົດໄວ້.
