
ໂດຍປະຕິບັດຕາມແຈ້ງການ ແລະ ຄໍາແນະນໍາເພີ່ມເຕີ່ມຂອງກໍາມາທິການ ປ້ອງການຊາດ-ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕອນເຊົ້າຂອງວັນທີ 25 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດກອງປະຊຸມຕິດຕາມກວດ ກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈໍານວນ 3 ສະບັບຄື: ກົດໝາຍ ວ່າດ້ວຍປ້ອງກັນຊາດ; ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ສອງກອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທໍາ, ຫ້ອງວ່າການແຂວງ, ສະຫະພັນນັກຮົມເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ແຂກເຊີນ ເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ 15 ທ່ານ.





ໃນກອງປະຊຸມ, ທ່ານ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຜ່ານບົດປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍ ວ່າດ້ວຍປ້ອງກັນຊາດ ແລະ ທ່ານ ພັນເອກ ບຸນແພງ ລໍນີຈັນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ຜ່ານບົດປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ. ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການປະກອບຄໍາເຫັນຕໍ່ກັບບົດປະເມີນການຈັດຕັ້ງປະຕິບັດກົດໝາຍຈໍານວນ 3 ສະບັບດັ່ງກ່າວ, ພ້ອມກັນນັ້ນ ຜູ້ແທນກອງປະຊຸມໄດ້ສຸມໃສ່, ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕາມຄໍາຖາມເຈາະຈີ້ມຢ່າງເປັນຂະບວນຟົດຟື້ນ, ເຊິ່ງການປະກອບຄໍາເຫັນເຫຼົ່ານັ້ນຈະເປັນຂໍ້ມູນໃຫ້ແກ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ເພື່ອຈະເຂົ້າຮ່ວມກອງປະຊຸມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດ ປກຊ-ປກສ ຢູ່ຂັ້ນສູນກາງ, ກອງປະຊຸມຄົບຄະນະກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດປະຈໍາປີ 2023, ຄາດວ່າກອງປະຊຸມຈະໄດ້ຈັດຂຶ້ນ ວັນທີ 12-13 ຕຸລາ 2023 ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.



ຕອນທ້າຍ, ປະທານກອງປະຊຸມ ໄດ້ສະຫຼຸບ-ສັງລວມ ການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນ, ພ້ອມນັ້ນໄດ້ມີຄໍາເຫັນແນະນໍາຄະນະຮັບຜິດຊອບ ແລະ ມອບໃຫ້ກອງເລຂາບັນທຶກ ແລະ ສະຫຼຸບສັງລວມ, ລາຍງານຜົນໄດ້ຮັບ ຂອງກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ 3 ກົດໝາຍ ເພື່ອສົ່ງໃຫ້ຄະນະຮັບຜິດຊອບຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ໃຫ້ທັນກັບເວລາ.



