
ຕອນເຊົ້າຂອງວັນອັງຄານ, ວັນທີ 2 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ ຈໍານວນ 4 ສະບັບ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມໂດຍທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ, ມີທ່ານ ສົມຈິດ ປັນຍາສັກ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຄະນະທິມງານຈາກສະພາແຫ່ງຊາດ, ຜູ້ຕາງຫນ້າຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກການ, ອົງການອ້ອມຂ້າງ ແລະ ວິຊາການຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.





ກອງປະຊຸມ, ພາຍຫລັງທີ່ຄະນະຮັບຜິດຊອບໄດ້ສະເໜີຈຸດປະສົງ ແລະ ແຂກຜູ້ເຂົ້າຮ່ວມ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບຜົນຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ ຈໍານວນ 4 ສະບັບ ຂອງສະພາປະຊາຊົນແຂວງ, ໄດ້ຮັບຟັງບົດລາຍງານປະເມີນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍສານປະຊາຊົນ ສະບັບປີ 2017, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປີ 2017 ຈາກຜູ້ຕາງໜ້າສານປະຊາຊົນແຂວງ ແລະ ໄດ້ຮັບຟັງບົດລາຍງານປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບປີ 2017, ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປີ 2017 ຈາກຜູ້ຕາງໜ້າອົງການໄອຍະການປະຊາຊົນແຂວງ.



ຈຸດປະສົງ, ກໍ່ເພື່ອເປັນການສະຫຼຸບຕີລາຄາຄືນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ ວ່າມີຜົນສໍາເລັດຫຍັງແດ່, ມີດ້ານອ່ອນຂໍ້ຄົງຄ້າງແນວໃດ, ຈະຊອກຫາວິທີ່ທາງແກ້ໄຂແນວໃດ, ພ້ອມທັງ, ມີບາງຄໍາເຫັນສະເໜີ ແລະ ຫລັງຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາຄິດຄໍາເຫັນແລກປ່ຽນກັນຢ່າງກົງໄປກົງມາ ຕໍ່ກັບບົດລາຍງານດັ່ງກ່າວຢ່າງມີຈຸດສຸມ ແລະ ເປັນຂະບວນ.



ຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ກໍາມະ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດ 4 ກົດໝາຍດັ່ງກ່າວໃນໄລຍະຜ່ານ ແລະ ໄດ້ເນັ້ນໜັກບາງບັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ ແລະ ບັນຫາອື່ນໆ.


ພາບ/ຂ່າວ: ແສງພອນ ອິນນະລົງ.