
ໃນລະຫວ່າງວັນທີ 7-9 ທັນວາ 2022 ສະພາປະຊາຊົນ ແຂວງເຊກອງ ສົມທົບກັບພະແນກການ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງ ລົງຕິດຕາມກວດກາ ປະເມີນຄືນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດຍຸຕິທໍາ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ 2 ເມືອງຄື: ເມືອງ ທ່າແຕງ ແລະ ເມືອງ ລະມາມ ນຳໂດຍທ່ານ ນາງ ຄຳເສັງ ທຸມມະວົງສາ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໂດຍໃຫ້ກຽດ ຕ້ອນຮັບຂອງທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳ ເຂດເລືອກຕັ້ງ ເມືອງ ທ່າແຕງ ແລະ ທ່ານ ໄຊຍະຫວັດ ກ້ອນຄໍາໝັ້ນ ຮອງເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ລະມາມ, ມີບັນດາຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງ, ພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ຄະນະກຳມະການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດຂັ້ນເມືອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ.

ໂອກາດດັ່ງກ່າວ ພັທ ອ່ອນຕາ ສະສົມບັດ ຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງ ທ່າແຕງ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ: ວ່າດ້ວຍການແກ້ໄຂບັນກາຢາເສບຕິດ ໄລຍະ 9 ເດືອນຜ່ານມາ, ເຊິ່ງເຫັນໄດ້ວ່າຄະນະພັກ-ຄະນະນຳແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານ ສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ເຊື່ອມຊຶມເອກະສານ ທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ, ສະກັດກັ້ນບັນຫາຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ, ກົດລະບຽບການສັນຈອນທາງບົກ, ໂດຍສຸມໃສ່ໂຄສະນາຢູ່ບັນດາກົມກອງປ້ອງກັນຄວາມສະຫງົບຂອງຕົນ, ປກສ ກຸ່ມບ້ານໃນ 6 ເຂດຈຸດສຸມພັດທະນາທົ່ວເມືອງ ທ່າແຕງ, ເຊິ່ງສາມາດແກ້ໄຂມ້າງຄະດີຄ້າຂາຍຢາເສບຕິດໄດ້ 18 ລາຍ,ຈັບຜູ້ຖທກຫາໄດ້ 22 ຄົນ, ຍິງ 4 ຄົນ, ກັກຕົວກຸ່ມມົ້ວສຸມຢາເສບຕິດໄດ້ 27 ຄົນ, ຢຶດຂອງກາງຢາບ້າໄດ້ 21.707 ເມັດ, ມີເຄື່ອງຕິດຕົວປະເພດໂທລະສັບ 20 ໜ່ວຍ, ລົດຈັກ 3 ຄັນ, ເງິນສົດ 9 ແສນກວ່າກີບ, ບັດປະຈຳຕົວ 1 ບັດ, ບັດເອທີເອັມ 1 ບັດ, ໂມງໃສ່ແຂນ 1 ໜ່ວຍ, ໝາກຝ່າລະເບີດຫີນ 4 ໜ່ວຍ, ອຸປະກອນຄວບຄຸມການລະເບີດ 2 ອັນ ແລະລູກແກັບ 300 ລູກ, ຄະດີດັ່ງກ່າວແມ່ນໄດ້ສົ່ງໃຫ້ຫ້ອງຕຳຫຼວດ ປກສ ແຂວງ ເຊກອງເປັນຜູ້ດຳເນີນຕາມລະບຽບກົດໝາຍ.


#ໂດຍ: ນາລີວັນ