
ວັນພຸດທີ 6 ທັນວາ 2023 ຢູ່ທີ່ສະໂມສອນບ້ານ ລາດຫານ, ເມືອງງາ, ນໍາໂດຍທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ໄດ້ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດການຊົດເຊີຍ-ການຈັດສັນຍົກ ຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນນ້ຳຂອງ ຫຼວງພະບາງ, ມີປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ , ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.


ການເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດການຊົດເຊີຍຜົນກະທົບຂອງໂຄງ ການ ຈາກຄະນະຮັບຜິດຊອບ, ສະພາບລວມຂອງບ້ານ ຈາກອົງການປົກຄອງບ້ານ ແລະ ໄດ້ຮັບຟັງຄຳສະເໜີຂອງປະຊາຊົນ ເຊິ່ງການສະເໜີຂອງປະຊາຊົນສ່ວນຫລາຍ ແມ່ນເຫັນດີກັບການຈັດສັນຍົກຍ້າຍປະຊາຊົນ, ແຕ່ການຊົດເຊີຍແມ່ນໃຫ້ເໝາະສົມກັບສະພາບເສດຖະກິດປັດຈຸບັນ, ບັນຫາສິ່ງແວດລ້ອມ, ການຟື້ນຟູເນື້ອທີ່ພາຍຫຼັງສຳເລັດໂຄງການ ແລະ ບັນຫາອື່ນໆ.




ຈຸດປະສົງຂອງການເຄື່ອນໄຫວ ແມ່ນເພື່ອເປັນການຍົກສູງພາລະບົດບາດ, ສິດ ແລະ ໜ້າທີ ຂອງສະພາປະຊາຊົນແຂວງ, ຂອງຄະນະກຳມະການ ໃນການຕິດຕາມກວດກາ ໃຫ້ມີປະສິດທິພາບປະສິດທິຜົນ, ເຂົ້າເຖິ່ງ ແລະ ກຳໄດ້ສະພາບບັນຫາທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດໂຄງການ, ຊຸກຍູ້ບັນດາບໍລິສັດ, ຈັດຕັ້ງປະຕິບັດໂຄງການໃຫ້ໄປຕາມຂັ້ນຕອນຂອງກົດໝາຍ, ນິຕິກຳທີ່ໄດ້ວາງອອກ ແລະ ປະຕິບັດພັນທະຕ່າງໆຕໍ່ລັດຖະບານ, ຕໍ່ແຂວງ, ເມືອງ, ບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ເພື່ອເປັນຂໍ້ມູນໃຫ້ຄະນະກຳມະການ ກໍ່ຄືຄະນະປະຈຳສະພາປະຊາຊົນແຂວງ ເພື່ອສະເໜີໃຫ້ອົງການປົກຄອງແຂວງຮີບຮ້ອນແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຈາກໂຄງການດັ່ງກ່າວ, ພ້ອມທັງຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຢ່າງເຂັ້ມງວດ, ມີປະສິດທິຜົນ, ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງຕ່າງໆທີ່ເກີດຂຶ້ນ ແລະ ອາດຈະເກີດຂຶ້ນໃນຕໍ່ໜ້າ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.