![](https://na.gov.la/wp-content/uploads/2023/07/359031915_724329939703914_7608359883676310670_n.jpg)
![](https://na.gov.la/wp-content/uploads/2023/07/359831045_726178612852380_6478541139055340936_n.jpg)
ລະຫວ່າງວັນທີ 11-14 ກໍລະກົດ 2023, ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາປະຊາຊົນແຂວງ, ນໍາໂດຍທ່ານ ທອງຄານ ວັດສະດາກອນ ກໍາມະການປະຈໍາ, ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງອຸດົມໄຊ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂົງເຂດຍຸຕິທໍາ ແລະ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນແຂວງ, ຄະນະພັກຄະນະນໍາຂອງພະແນກ ຍຸຕິທໍາແຂວງ, ກອງບັນຊາການທະຫານແຂວງ ແລະ ຄ້າຍຄຸ້ມຂັງບ້ານປຸງລ່ຽນ, ພະນັກ ງານອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ 1 ແລະ ພະນັກງານສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ 1 ແລະ ພະນັກງານຂະແໜງຍຸດຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
![](https://na.gov.la/wp-content/uploads/2023/07/0fe02e41-9a2e-4815-a7c0-b0ad26ce2aa7.jpeg)
![](https://na.gov.la/wp-content/uploads/2023/07/359084668_726178782852363_4293339261734130876_n.jpg)
![](https://na.gov.la/wp-content/uploads/2023/07/88921093-f98d-4b80-8ece-347a2216778a.jpeg)
ຈຸດປະສົງ, ຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອເປັນການປະຕິບັດຕາມກົດໝາຍວ່າດ້ວຍ ການຕິດ ຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ແຜນການຕິດຕາມກວດກາ 6 ເດືອນຕົ້ນປີ 2023 ຂອງຄະນະກໍາມະການ ແລະ ເພື່ອເປັນການລົງຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະ ນູນ, ກົດໝາຍ ແລະ ວຽກງານວິຊາສະເພາະຂົງເຂດຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
![](https://na.gov.la/wp-content/uploads/2023/07/359773232_726178749519033_366855874971454599_n.jpg)
![](https://na.gov.la/wp-content/uploads/2023/07/358434285_724327593037482_2777920597098922343_n.jpg)
ການລົງເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງພາກສ່ວນກ່ຽວຂ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ໃນການເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທໍາ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ພາກສ່ວນຕ່າງໆ ໄດ້ເຄື່ອນໄຫວມີຜົນສໍາເລັດຫຼາຍດ້ານ ແລະ ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້.
![](https://na.gov.la/wp-content/uploads/2023/07/358532759_724991659637742_5631522962285596845_n.jpg)
![](https://na.gov.la/wp-content/uploads/2023/07/359413860_726179066185668_2654145063657823622_n.jpg)
![](https://na.gov.la/wp-content/uploads/2023/07/359518203_726179006185674_7125638458977997847_n.jpg)
![](https://na.gov.la/wp-content/uploads/2023/07/360126419_726178306185744_6963774091970102226_n.jpg)
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ມີຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ມີຄໍາຖາມເຈາະຈີ້ມເພີ່ມຕື່ມຕໍ່ກັບບາງບັນຫາທີ່ພົ້ນເດັ່ນ ແລະ ມີຄໍາສະເໜີຕ່າງໆ. ພ້ອມນັ້ນ, ບັນດາຂະແໜງທີ່ກ່ຽວຂ້ອງ ກໍ່ໄດ້ຂຶ້ນຊີ້ແຈງຕໍ່ກັບບັນຫາທີ່ຍົກຂຶ້ນ ຕາມຄວາມຮັບຜິດຊອບຂອງຕົນຢ່າງກົງໄປກົງມາ.
![](https://na.gov.la/wp-content/uploads/2023/07/360117472_724991819637726_390465552089939786_n.jpg)