ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງສະພາແຫ່ງຊາດ ຢູ່ແຂວງອຸດົມໄຊ.

ມ.ກ. 17, 2023

ວັນພຸດ, ວັນທີ 11 ມັງກອນ 2023, ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາ, ກໍາມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງສະພາແຫ່ງຊາດ ຢູ່ແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກໍາມາທິການກົດໝາຍ ສະພາແຫ່ງຊາດ ແລະ ທ່ານ ສົມຈິ ປັນຍາສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກ, ຫົວໜ້າກົມ-ຮອງກົມ, ພະນັກງານວິຊາການກົມກ່ຽວຂ້ອງຈາກສະພາແຫ່ງຊາດ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍ ການຈາລະຈອນທາງບົກ, ກົດໝາຍວ່າດ້ວຍ ການປະຕິບັດຄໍາຕັດສິນຂອງສານ, ກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກົດໝາຍວ່າດ້ວຍ ຢາເສບຕິດ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ປະທານກອງປະຊຸມໄດ້ເຈາະຈີ້ມບາງບັນຫາໃນການຈັດຕັ້ງປະຕິບັດກົດໝາຍ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ.
 ພ້ອມດຽວກັນນັ້ນຍັງໄດ້ຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ, ມະຕິກອງຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງສະພາແຫ່ງຊາດ ແລະ ເອກະສານອີກຈໍານວນໜຶ່ງຈາກ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກໍາມາທິການກົດໝາຍ ສະພາແຫ່ງຊາດ.ພາບ/ຂ່າວ: ແສງພອນ ອິນນະລົງ.