ຕອນເຊົ້າ ວັນທີ 25 ພຶດສະພາ 2022 ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດ ແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບປ້ອງກັນ ແລະ ຮັບມືການແຜ່ລະບາດພະຍາດໂຄວິດ 19 ຮ່ວມກັບພະແນກການທີ່ກ່ຽວຂ້ອງ ທີ່ຫ້ອງປະຊຸມຄະນະປະຈຳ ໂດຍການເປັນປະທານຂອງທ່ານ ສີຄຳ ບຸນມີໄຊ ກຳມະການຄະນະປະຈຳ, ປະທານ ຄະນະກຳມະການວັດທະນະທຳ – ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ເຂົ້າຮ່ວມໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້້າແຂວງຫົວພັນ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 ແຂວງຫົວພັນ ມີບັນດາທ່ານ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ; ປະທານ ສະພາການຄ້າ ແລະ ອຸດສາຫະກຳ ປະຈຳແຂວງ; ປະທານ ກຸ່ມບ້ານພັກ, ໂຮງແຮມ; ຕະຫລອດຮອດ ຫົວໜ້າ, ຮອງຫົວໜ້າຂະແໜງ, ວິຊາການຂະແໜງ ວັດທະນະທຳ, ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ເຂົ້້າຮ່ວມ 10 ສະຫາຍ ຍິງ 2 ສະຫາຍ.

ກອງປະຊຸມ, ໄດ້ຮັບຟັງການລາຍງານ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງ ເຊິ່ງຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນ ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອນຳເອົາເນື້ອໃນຈິດໃຈສຳຄັນດັ່ງກ່າວ ກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.

ພາບ ແລະ ຂ່າວ ໂດຍ ນາງ ປຸ້ຍນິຕາ ເພັງມີໄຊ