
ຕອນເຊົ້າວັນທີ 19 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນເມືອງງາ, ນໍາໂດຍທ່ານ ຄໍາມະນີ ໄຊດວງຕາ ກໍາມະການປະຈໍາ, ປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຢູ່ເມືອງງາ, ມີສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ, ຮອງເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກບັນດາຫ້ອງການກ່ຽວຂ້ອງ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບ, ໂດຍສະເພາະແມ່ນການສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ, ຂົງເຂດສາທາລະນະສຸກ, ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ຂົງເຂດຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ປະຈໍາປີ 2025. ຫຼັງຈາກນັ້ນ, ໄດ້ມີຄໍາຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ. ຈຸດປະສົງ, ກໍ່ເພື່ອເກັບກໍາຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ແລະ ເປັນຂໍ້ມູນໃຫ້ແກ່ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸົມໄຊ ໃນການເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນ ມິຖຸນາ ທີ່ຈະມາເຖິ່ງນີ້.



ປະຕິບັດຕາມແຜນການເຄື່ອນໄຫວ ປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຍັງໄດ້ລົງພື້ນທີ່ໂອ້ລົມພໍ່-ແມ່ປະຊາຊົນ ຢູ່ບ້ານຫ້ວຍເຊີຍ ແລະ ພ້ອມນັ້ນ, ຍັງໄດ້ສືບຕໍ່ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ຕື່ມອີກ.



ພາບ\ຂ່າວ: ສະພາປະຊາຊົນແຂວງ.