ຕິດຕາມກວດກາ ການຂໍຫັນປ່ຽນປະເພດດີນປ່າໄມ້ ເປັນດີນປະເພດອື່ນລັກສະນະຊົ່ວຄາວ

​ກ.ກ. 30, 2025 | ເຂດ 17 ອັດ​ຕະ​ປື

ໃນວັນທີ 28 ກໍລະກົດ 2025,ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຕິດຕາມກວດກາ ການຂໍຫັນປ່ຽນປະເພດດີນປ່າໄມ້ ເປັນດີນປະເພດອື່ນລັກສະນະຊົ່ວຄາວ ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງຊານໄຊ, ຄະນະກໍາມະການ, ຄະນະເລຂາທິການ, ຕາງໜ້າຫ້ອງວ່າການແຂວງ, ເມືອງ, ພະແນການທີ່ກ່ຽວຂ້ອງຂອງແຂວງ,ເມືອງ, ບໍລິສັດ ວັງຕັດ ສໍາຫຼວດແຮ່ທາດ ຈໍາກັດ, ກຸ່ມບ້ານວັງຕັດ, ອໍານາດການປົກຄອງບ້ານໜອງໄກ່ໂອກ ແລະ ວີຊາການຂະແໜງການກ່ຽວຂ້ອງເຂົ້າຮ່ວມ.     ໃນກອງປະຊຸມ ຜູ້ຕາງໜ້າບໍລິສັດວັງຕັດ ສໍາຫຼວດແຮ່ທາດ ຈໍາກັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດກ່ຽວກັບການພັດທະນາໂຄງການໂດຍຫຍໍ້ ໃຫ້ຊາບວ່າ: ບໍລິສັດ ໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດ ກັບ ລັດຖະບານ ປີ 2019 ໃນເນື້ອທີ 21,930 ເຮັກຕາຢູ່ເຂດວັງຕັດ ເມືອງຊານໄຊ, ໃນປີ 2021 ບໍລິສັດໄດ້ຮັບອະນຸຍາດເພີ່ມແຮ່ເຫຼັກ ເຂົ້າໃນສັນຍາ, ບໍລິສັດໄດ້ນໍາເອົາເນື້ອທີ່ທັງໝົດກ້າວເຂົ້າສູ້ຂັ້ນຕອນຕໍ່ໄປຄື: ເນື້ອທີ່ 252 ເຮັກຕາ ຢູ່ໃນຂັ້ນຕອນດໍາເນີນການຂຸນຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ, ເນື້ອທີ່ 21,228 ເຮັກຕາຮັກສາໄວ້ສຶບຕໍ່ສໍາຫຼວດລະອຽດ ສ່ວນເນື້ອທີ່ 450 ເຮັກຕາບໍລິສັດໄດ້ສະເໜີ ເຂົ້າໃນການສືກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ແຕ່ຈະນໍາໃຊ້ຕົວຈິງ ຈໍານວນ 8 ເຮັກຕາ, 8,850 ຕາແມັດ ທີ່ນອນໃນປ່າສະຫງວນແຫ່ງຊາດດົງອໍາພາມ ເຂດບ້ານໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື. ນອກນີີ້ຍັງໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມ,ໄດ້ປືກສາຫາລືແລກປ່ຽນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ແລະ ບັນຫາອື່ນໆ ທີ່ອາດຈະເກີດຂື້ນຈາກການພັດທະນາຂອງໂຄງການ ເພື່ອໃຫ້ມີຄວາມເປັນເອກະພາບລະຫວ່າງຂັ້ນທ້ອງຖີ່ນ ແລະ ສູນກາງ. ກອງປະຊຸມ, ທ່ານ ມີນາພອນ ໄຊສົມພູ ຍັງໄດ້ມີຄໍາເຫັນ ໃຫ້ອົງການປົກຄອງເມືອງ ເປັນເຈົ້າການສົມທົບກັບອົງການຈັດຕັ້ງບ້ານ ສະໜອງຂໍ້ມູນໃຫ້ຊັດເຈນໂດຍສະເພາະເຂດພັດທະນາໂຄງການ, ບໍລິສັດຕ້ອງຮັບປະກັນດ້ານສິ່ງແວດລ້ອມຢ່າງແນ່ນອນໃນການສໍາຫຼວດ ແລະ ດໍາເນີນກິດຈະການ, ສືບຕໍ່ສະໜອງເສັ້ນທາງ, ສະໜ​ອງພຶດ-ສັດໃຫ້ປະຊາຊົນ, ເອົາ​ໃຈ​ໃສ່​ໃນການຕິດຕາມ, ກວດກາ ​ແລະ ປະ​ເມີນ​ຜົນ​ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການຊົດເຊີຍ, ປັບປຸງຊີວິການເປັນຢູ່ຂອງປະຊາຊົນ ​ແລະ ຮັບປະກັນ​ບໍ່​ໃຫ້​ມີ​ບັນຫາ​ການ​ຕົກ​ຫຼົ່ນ ຫຼື ການ​ຮ້ອງ​ຟ້ອງ ຮ້ອງ​ຂໍ​ຄວາມ​ເປັນ​ທຳ ​ໃນ​ອະນາຄາ​ດ ພ້ອມ​ທັງ​ ເອົາ​ໃຈ​ໃສ່​ຢ່າງ​ໃກ້​ສິດ ໃນ​ການ​ຕິດຕາມ ການຟື້ນ​ຟູ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ຈາກການພັດທະນາ​ໂຄງການ ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ເຮັດ​ໃຫ້​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນ​ກວ່າ​ເກົ່າ; ຕິດຕາມ ຢ່າງ​ໃກ້​ສິດ ຕໍ່​ບັນຫາຜົນ​ກະທົບ ​ທີ່​ອາດ​ຈະ​ເກີດ​ຂື້ນ​ຈາກ​ໂຄງການ​ພັດທະນາ​, ຄົ້ນຄວ້າ, ປັບປຸງ ນະໂຍບາຍ ແລະ ນິຕິກຳ ກ່ຽວກັບການສົ່ງເສີມວຽກງານການຟື້ນຟູ ແລະ ປູກໄມ້ ໂດຍການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີຄວາມຊັດເຈນ ແລະ ຮັດກຸມ ໂດຍສະເພາະ ການແບ່ງປັນຜົນປະໂຫຍດ ຈາກວຽກງານດັ່ງກ່າວ; ສ້າງແຜນການຟື້ນຟູປ່າ, ປູກໄມ້ທົດແທນ ແລະ ປົກປັກຮັກສາ ໃນແຕ່ລະຂົງເຂດ ໃຫ້ລະອຽດຈະແຈ້ງ, ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຕ່ລະຂັ້ນ ໃຫ້ລະອຽດຊັດເຈນ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນແຕ່ລະທ້ອງຖິ່ນ ພ້ອມທັງ ມີລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ສຸມໃສ່ ຕິດຕາມ, ກວດກາ ແລະ ສັງລວມ ການປະຕິບັດ ພັນທະຕ່າງໆ ກ່ຽວກັບວຽກງານຟື້ນຟູປ່າໄມ້ ແລະ ປູກໄມ້ທົດແທນ ຕາມສັນຍາສຳປະທານ, ກົດໝາຍ, ມະຕິສະພາແຫ່ງຊາດ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ.

(ວິນັດ ສີສຸລາດ)