(ສພຂ) – ວັນທີ 4-5 ສິງຫານີ້, ທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານກໍາມາທິການຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ ໂດຍໄດ້ສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປີດກອງປະຊຸມເຮັດວຽກຮ່ວມກັບບັນດາພະແນກການ-ກົມກອງໃນຂົງເຂດຍຸຕິທໍາຂອງແຂວງ ເຊິ່ງມີອົງການກວດກາລັດ, ສານປະຊາຊົນພາກໃຕ້-ແຂວງ, ອົງການໄອຍະການປະຊາຊົນພາກໃຕ້-ແຂວງ, ພະແນກຍຸຕິທໍາ, ອົງການສືບສວນ-ສອບສວນ ( ເຈົ້າໜ້າທີ່ຕຳຫຼວດ), ກອງປະຕິບັດຄໍາຕັດສິນຂອງສານ, ຂະແໜງການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້, ກໍເພື່ອຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ (ສພຊ) ໃນຂົງເຂດຍຸຕິທໍາ ກໍຄືການເຄື່ອນໄຫວວຽກງານ ແລະ ທິດທາງແຜນການຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນ ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ສະບັບເລກທີ 141/ສພຊ ແລະ 142/ສພຊ, ລົງວັນທີ 11 ທັນວາ 2024 ພ້ອມທັງຕິດຕາມກວດກາການປະຕິບັດວຽກງານຂົງເຂດຍຸຕິທໍາຂອງພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ຮັບຟັງການລາຍງານການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ໃນຂົງເຂດຍຸຕິທໍາ 6 ເດືອນຕົ້ນປີ 2025 ກໍຄືການຈັດຕັ້ງປະຕິບັດວຽກງານວິຊາສະເພາະຈາກບັນດາພະແນກການ-ກົມກອງ ໃນຂົງເຂດຍຸຕິທໍາຂອງແຂວງ ເຊິ່ງສາມາດເຫັນໄດ້ຜົນສໍາເລັດທີ່ສາມາດຈັດຕັ້ງປະຕິບັດ ແລະ ຂໍ້ຄົງຄ້າງບາງດ້ານ ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສໍາເລັດ; ຈາກນັ້ນ, ກໍໄດ້ມີການປະກອບຄໍາເຫັນ, ເຈາະຈີ້ມຕໍ່ຫຼາຍບັນຫາຂໍ້ຫຍຸ້ງຍາກ ເພື່ອແລກປ່ຽນບົດຮຽນ ແລະ ນຳສະເໜີວິທີແກ້ໄຂ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ສໍາເລັດ.

ທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດ ແລະ ຮັບປະກັນປະສິດທິພາບ ເຊິ່ງຈະນຳເອົາຂໍ້ມູນທີ່ໄດ້ຮັບ ໄປເປັນບ່ອນອີງໃນການຄົ້ນຄວ້າ, ສະໜອງຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນການມີຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ໃນວາລະການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນຂົງເຂດຍຸຕິທໍາ ທັງຈະເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ມີມາດຕະການແກ້ໄຂ.
ນອກຈາກນີ້, ຄະນະຍັງໄດ້ລົງຕິດຕາມສັງເກດການຕົວຈິງກ່ຽວກັບການພິຈາລະນາຕັດສິນຄະດີອາຍາທີ່ຫ້ອງປະຊຸມສານປະຊາຊົນແຂວງສະຫວັນນະເຂດອີກດ້ວຍ.
ກ່ອນໜ້ານັ້ນ, ຮອງປະທານກໍາມາທິການຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວເຮັດວຽກ.
(ສົມວິຈິດ ໄຊມົນຕີ)