(ສພຂ) – ວັນທີ 1 ສິງຫານີ້, ທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກໍາມາທິການຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຫຼວງນ້ຳທາ, ໂອກາດນີ້ ໄດ້ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ຳທາ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວຄັ້ງນີ້ ແລະ ຮັບຟັງຈຸດພິເສດການຈັດຕັ້ງປະຕິບັດກົດໝາຍຢູ່ພາຍໃນແຂວງ; ຈາກນັ້ນ, ໄດ້ຮ່ວມກັບສະພາປະຊາຊົນແຂວງ (ສພຂ) ເປີດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດວຽກງານຍຸຕິທໍາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ແລະ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໂດຍມີສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດຍຸຕິທໍາແຂວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ໃນ 6 ເດືອນຕົ້ນປີ 2025; ການຈັດຕັ້ງປະຕິບັດກົດໝາຍຂອງສານປະຊາຊົນ ໂດຍສະເພາະການປະຕິບັດຫຼັກການໃນທີ່ປະຊຸມສານ; ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ໃນການດຳເນີນຄະດີ, ການຖະແຫຼງສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການແກ້ໄຂບັນຫາການກັກຕົວ, ຈັບຕົວ, ກັກຂັງ ທີ່ມີການລະເມີດກົດໝາຍ ແລະ ການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; ການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດວຽກງານໃນຂົງເຂດຍຸຕິທຳທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ພ້ອມກັນນັ້ນ, ກໍໄດ້ມີການແລກປ່ຽນ, ປະກອບຄຳຄິດເຫັນໃນຂົງເຂດວຽກງານຍຸຕິທໍາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍມີຄຸນນະພາບກວ່າເກົ່າ.
ກ່ອນໜ້ານັ້ນ ຄືວັນທີ 29 ກໍລະກົດຜ່ານມາ, ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ດໍາເນີນກອງປະຊຸມຕິດຕາມກວດກາວຽກງານຍຸຕິທໍາ ປະຈໍາປີ 2025 ຂອງກໍາມາທິການຍຸຕິທໍາ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ແລະ ທ່ານ ຈອມສີ ລັດຕະນະປັນ ປະທານຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈໍາເຂດເລືອກຕັ້ງທີ 5, ເຂົ້າຮ່ວມມີບັນດາທ່ານການນໍາຂອງ ສພຂ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ຄະນະກວດກາພັກ-ລັດແຂວງ, ຫ້ອງວ່າການແຂວງ, ກອງບັນຊາການ ປກສ ແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຈາກ 7 ພາກສ່ວນດັ່ງກ່າວ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃນຂົງເຂດຍຸຕິທໍາ ກໍຄືການເຄື່ອນໄຫວວຽກງານຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ໂດຍສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 2 ມະຕິຂອງກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ພ້ອມທັງຕິດຕາມກວດກາການປະຕິບັດວຽກງານຂົງເຂດຍຸຕິທໍາຂອງພາກສ່ວນທີ່ກ່ຽວຂ້ອງຈໍານວນໜຶ່ງ ເພື່ອນໍາໄປເປັນບ່ອນອີງໃນການຄົ້ນຄວ້າ, ສະໜອງຂໍ້ມູນໃຫ້ ຄປຈສພຊ ມີຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ກ່ຽວກັບວາລະການເຄື່ອນໄຫວວຽກງານຂອງ 2 ອົງການດັ່ງ ກ່າວ ແລະ ພາກສ່ວນອື່ນທີ່່ກ່ຽວຂ້ອງໃນຂົງເຂດຍຸຕິທໍາ, ທັງເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ມີມາດຕະການແກ້ໄຂ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານຮອງປະທານ ຄສຊ ປະຈໍາເຂດເລືອກຕັ້ງ ກ່ຽວກັບການເຄື່ອນໄຫວວຽກງານຕິດຕາມກວດກາຂົງເຂດຍຸຕິທໍາ ປະຈໍາປີ 2025 ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຕາມການເຈາະຈີ້ມຂອງປະທານກອງປະຊຸມ ຈາກ 6 ພາກສ່ວນຄື: ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ອົງການກວດກາພັກ-ລັດແຂວງ, ຫ້ອງວ່າການແຂວງ ແລະ ກອງບັນຊາການ ປກສ ແຂວງ.
ໃນຕອນທ້າຍ, ທ່ານ ນາງ ທຸມມາລີ ວົງພະຈັນ ຍັງໄດ້ມອບອຸປະກອນການຮຽນ ແລະ ສັງກະສີ ໃຫ້ ສພຂ ເພື່ອນໍາໄປມອບຕໍ່ໃຫ້ໂຮງຮຽນບ້ານຫົວນໍ້າ ເມືອງປາກທາ ເຊິ່ງປະກອບມີປຶ້ມຂຽນ 3 ພັນຫົວ, ບິກ 3 ພັນກ້ານ, ສໍດໍາ 3 ພັນກ້ານ, ສັງກະສີ 10 ຟຸດ 80 ແຜ່ນ ແລະ 8 ຟຸດ 80 ແຜ່ນ ລວມມູນຄ່າທັງໝົດ 65.741 ລ້ານກີບ.
(ໄຊວາງ ຈູຈົ່ງ)
ຕິດຕາມກວດກາວຽກງານຍຸຕິທໍາຢູ່ 2 ແຂວງພາກເໜືອ
