ຕິດຕາມກວດກາການປະຕິບັດຄາດໝາຍພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ນວ

ກ.ພ. 3, 2025 | SlideMobile, ຂ່າວເດັ່ນ

(ສປນວ) – ວັນທີ 28 ມັງກອນຜ່ານມາ, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ພ້ອມດ້ວຍທ່ານນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນປະຈຳເຂດເລືອກຕັ້ງເມືອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 134/ສພຊ, ລົງວັນທີ 01 ກໍລະກົດ 2024 ຢູ່ເມືອງສັງທອງ ໂດຍໄດ້ເປີດກອງປະຊຸມເພື່ອເຮັດວຽກຮ່ວມກັບທ່ານ ສັງວອນ ພິມມະສອນ ຮອງເຈົ້າເມືອງ, ການນຳຂອງເມືອງ, ຫ້ອງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ ແລະ ວິຊາການທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານໂດຍຫຍໍ້ຈາກພະແນກກະສິກຳ ແລະ ປ່າໄມ້ ນວ, ຮອງເຈົ້າເມືອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສັງທອງ ກ່ຽວກັບຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງຂອງຄາດໝາຍການສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຂອງບ້ານໃຫຍ່ນາຈະເລີນ, ການຂະຫຍາຍກອງທຶນພັດທະນາຂັ້ນບ້ານ ແລະ ການນຳໃຊ້ຊົນລະປະທານເຂົ້າໃນການເພີ່ມພູນການຜະລິດຂອງປະຊາຊົນ; ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນຖອດຖອນໄດ້ ແລະ ທິດທາງແກ້ໄຂຕໍ່ຂອດການປະສານງານລະຫວ່າງສູນກາງ ກັບ ທ້ອງຖິ່ນ ຕໍ່ວຽກງານດັ່ງກ່າວ. ຈາກນັ້ນ, ກໍພ້ອມກັນປະກອບຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ຕອນບ່າຍຂອງວັນດຽວກັນ, ຄະນະຍັງໄດ້ລົງພົບປະອົງການປົກຄອງ ແລະ ປະຊາຊົນບ້ານໄຮ່ເໜືອ ເພື່ອເກັບກຳຂໍ້ມູນກ່ຽວກັບວຽກງານກອງທຶນພັດທະນາຂັ້ນບ້ານ, ພ້ອມທັງລົງຕິດຕາມພື້ນທີ່ຕົວຈິງ ເພື່ອເກັບກຳຂໍ້ມູນກ່ຽວກັບສະພາບການກໍ່ ສ້າງອ່າງເກັບນໍ້າຫ້ວຍເຕັນ ບ້ານນາສາວນາງ ແລະ ຄວາມສາມາດໃນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳຂອງປະຊາຊົນ.
(ນາງ ຂັນເງິນ ອຳພອນພົງ)