
ຕອນບ່າຍຂອງວັນຈັນ, ວັນທີ 21 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າມອບໂທລະໂຄ່ງຈໍານວນ 2 ຊຸດ ໃຫ້ທາງສະພາປະຊາຊົນແຂວງ ແລະ ຮັບໂດຍທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາ, ຄະນະເລຂາທິການ, ຮອງປະທານຄະນະກໍາມະການ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.


ໂທລະໂຄ່ງທີ່ນໍາມາມອບໃນຄັ້ງນີ້ມີຈໍານວນ 2 ຊຸດ, ລວມມູນຄ່າ 9.300.000 ກີບ, ເຊິ່ງສະມາຊິກສະພາແຫ່ງຊາດໄດ້ລະດົມທຶນ ແລະ ໄດ້ຮັບການອຸປະຖໍາຈາກບໍລິສັດ ພີດີເອວ, ທັງນີ້ກໍ່ເພື່ອເປັນການສະໜອງອຸປະກອນຮັບໃຊ້ທີ່ຈໍາເປັນ ເຂົ້າໃນວຽກງານຈໍາເປັນຂອງບ້ານໃຫ້ມີຄວາມສະດວກວ່ອງໄວ ແລະ ດີຂຶ້ນກວ່າເກົ່າ.



ທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງຕໍ່ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ທີ່ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ຄໍາສະເໜີຂອງປະຊາຊົນ ແລະ ໄດ້ລະດົມວັດຖຸປັດໃຈ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນເຂດຫ່າງໄກຊອກຫຼີກ ແລະ ທ່ານຍັງໄດ້ໃຫ້ຄໍາເຫັນວ່າຈະນໍາໄປມອບຕໍ່ໃຫ້ບ້ານເປົ້າໝາຍ ນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.
